- Description
- Curriculum
-
1ບົດທີ1:ການປຽບທຽບຈໍານວນ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ປຽບທຽບຈໍານວນ2ກຸ່ມ ຈັບຄູ່1ຕໍ່1ເພື່ອໃຫ້ເຂົາເຈົ້າເຂົ້າໃຈວ່າອັນໃດຫລາຍກວ່າໜອ້ຍກວ່າເທົ່າກັນໄດ້.
-
2ບົດທີ2:ຈຳນວນແຕ່1ເຖິງ10ແລະ0.
I.ຈຸດປະສົງ.
-ໃຫ້ນັກຮຽນສາມາດ:ນັບຈໍານວນແຕ່1ເຖິງ5ແລ້ວສະແດງເປັນຕົວເລກ.
-ນັບຈໍານວນແຕ່6ເຖິງ10ແລ້ວສາມາດຂຽນເປັນຕົວເລກໄດ້.
-ເຂົ້າໃຈຈໍານວນແຕ່1ເຖິງ10ຂີດເສັ້ນຕໍ່ໃສ່ກັນລະຫວ່າງວັດຖຸຕົວເລກຮູບຈໍານວນໄດ້.
-ປຽບທຽບຈໍານວນ1ເຖິງ10ແລະເຂົ້າໃຈຄວາມຕໍ່ເນື່ອງຈໍານວນນໍາໃຊ້ເຄື່ອງໝາຍ< , >,ໄດ້.
-
3ບົດທີ3:ລໍາດັບທີ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ໃຊ້ຈໍານວນການຈັດລໍາດັບທີຫລືຕໍາແໜ່ງໄດ້.
-ນໍາໃຊ້ຈໍານວນສະແດງຕໍາແໜ່ງສິ່ງຂອງເພື່ອຈັດລຽງທາງລຸ່ມທາງເທິງໄດ້.
-ໃຫ້ນັກຮຽນສາມາດນັບຈໍານວນ1ເຖິງ10ໄດ້.
-ບອກເມື່ອບໍ່ມີຫຍັງຈັກຢ່າງເອີ້ນວ່າສູນໄດ້.
-
4ບົດທີ4:ການແບ່ງຈໍານວນອອກເປັນ2ສວ່ນ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ເຂົ້າໃຈການແຍກຈໍານວນອອກເປັນ2ສວ່ນໄດ້.
-ເຂົ້າໃຈໂຄງປະກອບຈໍານວນ5ໂດຍການເຄື່ອນຍ້າຍໄດ້.
-ເຂົ້າໃຈຄວາມໝາຍຂອງການບວກ(ການໂຮມຫລືການລວມເຂົ້າກັນ).
-ແບ່ງຈໍານວນ6ອອກເປັນ2ສວ່ນໄດ້.
-ເຂົ້າໃຈໂຄງປະກອບຂອງຈໍານວນ7ໂດຍຜ່ານກິດຈະກໍາເຄື່ອນຍ້າຍຝາກະຕຸກໄດ້.
-ເຂົ້າໃຈໂຄງປະກອບຂອງຈໍານວນ8ໂດຍຜ່ານການເຄື່ອນຍ້າຍຝາກະຕຸກໄດ້.
-ແບ່ງຈໍານວນ8ອອກເປັນ2ສວ່ນໄດ້.
-ເຂົ້າໃຈໂຄງປະກອບຂອງຈໍານວນ9ໄດ້.
-ແບ່ງ9 ອອກເປັນ2ສວ່ນ.
-ເຂົ້າໃຈໂຄງປະກອບຂອງຈໍານວນ10ໄດ້.
-ເຂົ້າໃຈກ່ຽວກັບການແຍກຈໍານວນ10ອອກເປັນ2ສວ່ນໄດ້.
-
5ບົດທີ5:ການບວກ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ເຂົ້າໃຈຄວາມໝາຍຂອງການບວກແລະປະໂຫຍກສັນຍະລັກໄດ້.
-ເຂົ້າໃຈຄວາມໝາຍຂອງການບວກການໂຮມການເພີ່ມຂຶ້ນໄດ້.
-ເຂົ້າໃຈຄວາມໝາຍຂອງການບວກທີ່ມີເລກ0ບັນຈຸຢູ່ນໍາແລະຖອນເອົາຜົນຈາກການບວກໄດ້.
-ມີທັກສະໃນການຄິດໄລ່ເລກບວກໄດ້.
-ເຂົ້າໃຈຄວາມໝາຍການບວກຢ່າງຊັດເຈນຂຶ້ນດວ້ຍການສ້າງຄໍາຖາມໄດ້.
-
6ບົດທີ6:ການລົບ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ເຂົ້າໃຈຄວາມໝາຍຂອງການລົບແລະປະໂຫຍກສັນຍະລັກໄດ້.
-ເຂົ້າໃຈຄວາມໝາຍຂອງການລົບ(ສວ່ນທີ່ຍັງເຫລືອໄດ້).
-ເຂົ້າໃຈຄວາມໝາຍຂອງການລົບແຍກກຸ່ມໄດ້.
-ເຂົ້າໃຈຄວາມໝາຍຂອງການລົບ(ສວ່ນຕ່າງໆຫລືຫລຸດລື່ນໄດ້).
-ເຂົ້າໃຈຄວາມໝາຍການລົບແລະຄິດໄລ່ໄດ້.
-ເຂົ້າໃຈຢ່າງເລິກເຊິ່ງຄວາມໝາຍຂອງການລົບດວ້ຍການສ້າງຄວາມໝາຍລົບໄດ້.
-
7ບົດທີ7:ຈໍານວນຫລາຍກວ່າ10
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ຮູ້ວິທີອ່ານແລະວິທີຂຽນໂຄງປະກອບຂອງ13ໄດ້.
-ຮູ້ນັບວິທີອ່ານວິທີຂຽນແລະໂຄງປະກອບຂອງ16ໄດ້.
-ເຂົ້າໃຈວິທີນັບວິທີອ່ານວິທີຂຽນແລະໂຄງປະກອບຂອງຈໍານວນແຕ່16-20ໄດ້.
-ເຂົ້າໃຈໂຄງສ້າງເສັ້ນຈໍານວນນໍາໃຊ້ເສັ້ນຈໍານວນເພື່ອສະແດງຈໍານວນໄດ້.
-ເຂົ້າໃຈສະຖານະການບັນຫາໂດຍໃຫ້ຄິດຫາວິທີຄິດໄລ່.(10+5,15-5).
-
8ບົດທີ8:ເວລາ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ເພື່ອໃຫ້ເກີດຄວາມສົນໃຈຕໍ່ເວລາ,ເບິ່ງໂມງແລ້ວຮູ້ບອກວ່າຈັກໂມງ,ຈັກໂມງເຄິ່ງແລະຮູ້ນໍາໃຊ້ເວລາເຂົ້າໃນຊີວິດປະຈໍາວັນ.
-
9ບົດທີ9:ຮູບຮ່າງຂອງສິ່ງຕ່າງໆທີ່ຢູ່ອອ້ມຕົວເຮົາ
I.ຈຸດປະສົງ
-ເພື່ອເສີມສ້າງປະສົບການແລະເຂົ້າໃຈຮູບຮ່າງພື້ນຖານກ່ຽວກັບຮູບກອ້ນໂດຍຜ່ານກິດຈະກໍາເຊັ່ນ:ການສັງເກດ,ການສ້າງແລະການແຕ້ມສິ່ງຕ່າງໆທີ່ຢູ່ອອ້ມຕົວເຮົາ.
-ເພື່ອໃຫ້ນັກຮຽນມີຄວາມສົນໃຈຮູບຮ່າງຂອງກັບແລະກະປ່ອງຕ່າງໆ,ແລະສາມາດກໍາໄດ້ຄຸນລັກສະນະຂອງຮູບຊົງແຕ່ລະອັນ.
-
10ບົດທີ10:ການຄິດໄລ່ຂອງ3ຈໍານວນ
I.ຈຸດປະສົງ
-ເພື່ອສະແດງປະໂຫຍກສັນຍະລັກກ່ຽວກັບການບວກ,ການລົບແລະມີທັງການບວກ-ການລົບຂອງສາມຈໍານວນແລະຄິດໄລ່ເລກທີ່ມີທັງການບວກ-ການລົບຂອງສາມຈໍານວນ.
-ໃຫ້ນັກຮຽນສາມາດຂຽນປະໂຫຍກສັນຍະລັກ1ປະໂຫຍກຈາກ3ເຫດການທີ່ຕໍ່ເນື່ອກັນ.
-ໃຫ້ນັກຮຽນເຂົ້າໃຈວິທີການຄິດໄລ່3ຈໍານວນ(- +).
-
11ບົດທີ11:ການປຽບທຽບຄວາມຍາວ
I.ຈຸດປະສົງ
-ໃຫ້ນັກຮຽນເກີດມີຄວາມສົນໃຈກ່ຽວກັບຍາວແລະເຂົ້າໃຈຫລັກການວັດແທກ(ການປຽບທຽບທາງກົງ).
-ໃຫ້ນັກຮຽນເຂົ້າໃຈການວັດແທກຄວາມຍາວດ້ວຍຈໍານວນໂດຍການນໍາໃຊ້ຫົວໜ່ວຍໃດໜຶ່ງ.
-ໃຫ້ນັກຮຽນເຂົ້າໃຈກ່ຽວກັບການປຽບທຽບຄວາມຍາວດ້ວຍຈໍານວນໂດຍການນໍາໃຊ້ຫົວໜ່ວຍໃດ
ໜຶ່ງ.
-
12ບົດທີ12:ການບວກ(ຕໍ່)
I.ຈຸດປະສົງ
-ໃຫ້ນັກຮຽນຮູ້ວິທີການຄິດໄລ່ການບວກຈໍານວນທີ່ເປັນຫລັກຫົວໜ່ວຍໃສ່ກັນໂດຍເອົາວິທີນັບຈໍານວນທີ່ຫລາຍກວ່າ10ເປັນພື້ນຖານ.
-ໃຫ້ນັກຮຽນເຂົ້າໃຈວິທີການຄິດໄລ່ເລກບວກທີ່ມີ ຕົວຕັ້ງບວກແມ່ນ9(ແບ່ງຕົວບວກ).
-ໃຫ້ນັກຮຽນເຂົ້າໃຈວິທີການຄິດໄລ່ເລກບວກທີ່ມີຕົວຕັ້ງບວກແມ່ນ8(ແບ່ງຕົວບວກ).
-ໃຫ້ນັກຮຽນເຂົ້າໃຈວິທີການຄິດໄລ່ເລກບວກທີ່ມີຕົວຕັ້ງບວກແມ່ນ7(ແບ່ງຕົວບວກ).
-ເພື່ອໃຫ້ນັກຮຽນເຂົ້າໃຈຄວາມໝາຍຂອງການບວກແລະມີທັກສະໃນການຄິດໄລ່.
-
13ບົດທີ13 :ການປຽບທຽບປະລິມານ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດສົນໃຈຂະໜາດຂອງວັດຖຸແລະເຂົ້າໃຈກົດເກນຂອງການວັດແທກປະລິມານໄດ້.
-
14ບົດທີ14:ການລົບ(ຕໍ່)
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ເຂົ້າໃຈຄວາມແຕກຕ່າງລະຫວ່າງການລົບທີ່ໄດ້ຮຽນຜ່ານມາກັບເນື້ອໃນຂອງບົດນີ້ໄດ້.
-ເຂົ້າໃຈວິທີຄິດໄລ່ເລກລົບໃນເວລາທີ່ມີຕົວລົບແມ່ນ9.
-ເຂົ້າໃຈວິທີຄິດໄລ່ເລກໃນເວລາຕົວລົບແມ່ນ8.
-ເຂົ້າໃຈວິທີຄິດໄລ່ເລກໃນເວລາຕົວລົບແມ່ນ7.
-ຄິດໄລ່ເລກລົບແບ່ງຕົວຕັ້ງລົບຂະຫຍາຍຂອບເຂດຂອງຕົວເລືອກເພີ່ມຄວາມເຂົ້າໃຈໄດ້.
-
15ບົດທີ15:ການປຽບທຽບຄວາມກ້ວາງ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ຮູ້ວິທີອ່ານ,ວິທີຂຽນແລະຄວາມສົນໃຈຄວາມກ້ວາງ(ເນື້ອທີ່ແລະເຂົ້າໃຈຫລັກການວັດແທກ.)
-ນໍາໃຊ້ຫົວໜ່ວຍໃດໜຶ່ງໃນການວັດແທກຄວາມກ້ວາງ(ການປຽບທຽບທາງອ້ອມ)
-
16ບົດທີ16:ຮູບຮ່າງຂອງສິ່ງຕ່າງໆທີ່ຢູ່ອ້ອມຕົວເຮົາ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ເຂົ້າໃຈໂຄງສ້າງຂອງຮູບຮ່າງຕ່າງໆທີ່ຢູ່ອ້ອມຕົວເຮົາແລ້ວສ້າງຮູບນັ້ນໂດຍລຽນ.
-ສ້າງຮູບເລຂາຄະນິດພື້ນຖານດ້ວຍການລຽງແລະຍ້າຍຮູບສາມາດທ່ຽງໄດ້.
-ສ້າງເປັນໂຄງຮ່າງແລະລວດລາຍຂອງຮູບຮ່າງຕ່າງໆອ້ອມຕົວເຮົາ.ດ້ວຍການເຊື່ອມຕໍ່ໄມ້ດິ້ວ.
-ສ້າງເປັນໂຄງແລະລວດລາຍຮູບຕ່າງໆອ້ອມຕົວເຮົາໂດຍການຂີດເສັ້ນຊື່ຈໍ້າເມັດໄດ້.
-
17ບົດທີ17:ຈໍານວນທີ່ຫລາຍກ່ວາ20
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ຮູ້ວິທີອ່ານວິທີຂຽນແລະໂຄງປະກອບຂອງ24ໄດ້.
-ເຂົ້າໃຈວິທີອ່ານ,ຂຽນໂຄງປະກອບຄ່າປະຈໍາຫລັກຂອງຈໍານວນທີ່ມີ2ໂຕເລກ.
-ເຂົ້າໃຈວິທີຂຽນ,ອ່ານໂຄງປະກອບຈໍານວນຫລາຍກ່ວາ20ໄດ້.
-ສະແດງໂຄງປະກອບຂອງຈໍານວນແລະຄ່າປະຈໍາຫລັກໄດ້.
-ເຂົ້າໃຈຈໍານວນ100ໄດ້.
-
18ບົດທີ18:ເລກລາວ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດ:ເຂົ້າໃຈຫລັກການຂຽນຈໍານວນຢ່າງຊັດເຈນໄດ້.
-ຂຽນແລະອ່ານຕົວເລກລາວໄດ້.

