- Description
- Curriculum
-
1ບົດທີ 1 ສິ່ງແວດລ້ອມອ້ອມຕົວເຮົາ
I. ຈຸດປະສົງ
-ສັງເກດແລະບອກຊື່ສິ່ງຕ່າງໆທີ່ຢູ່ອ້ອມຕົວເຮົາໃນຫ້ອງຮຽນແລະບໍລິເວນຂອງໂຮງຮຽນ
-ເຂົ້າໃຈສິ່ງທີ່ຄົນສ້າງຂຶ້ນແລະສິ່ງທີ່ເກີດຂຶ້ນເອງຕາມທໍາມະຊາດ
-
2ບົດທີ 2 ຮ່າງກາຍຂອງຄົນເຮົາ
I.ຈຸດປະສົງ
-ໃຫ້ນັກຮຽນສາມາດບອກສ່ວນຕ່າງໆຂອງຮ່າງກາຍໄດ້
-ຮູ້ຊື່ແລະອະທິບາຍໜ້າທີ່ຂອງແຕ່ລະພາກສ່ວນຂອງອະໄວຍະວະພາຍນອກໄດ້
-ປະຕິບັດການດູແລຮັກສາອະໄວຍະວະຕ່າງໆໃຫ້ຖືກຕ້ອງແລະເໝາະສົມ
-
3ບົດທີ: 3 ຮ່າງກາຍຂອງສັດ
I.ຈຸດປະສົງ
-ບອກຊື່ພາຍນອກຂອງຮ່າງກາຍແລະອະໄວຍະວະທີ່ສໍາຄັນຂອງສັດໄດ້
-ຈໍາແນກຄວາມແຕກຕ່າງແລະຄວາມຄ້າຍຄືກັນລະຫວ່າງພາກສ່ວນຮ່າງກາຍຂອງຄົນແລະສັດໄດ້
-ບອກລັກສະນະການເຄື່ອນໄຫວຂອງສັດຕ່າງໆໄດ້
-
4ບົດທີ4 ພືດ.
I.ຈຸດປະສົງ
-ບອກຊື່ແລະກໍານົດພາກສ່ວນຕ່າງໆຂອງພືດໃຫ້ຖືກຕ້ອງ
-ຈໍາແນກຄຸນປະໂຫຍດຂອງພືດຕໍ່ກັບຄົນເຮົາໄດ້
-
5ບົດທີ: 5 ວັດຖຸໃກ້ຕົວ
I.ຈຸດປະສົງ
-ພັນລະນາລັກສະນະຂອງວັດຖຸໂດຍອີງຕາມຮູບຮ່າງແລະສີ
-ແຍກວັດຖຸໂດຍອີງຕາມຮູບຮ່າງແລະສີ
-
6ບົດທີ: 6 ການນຳໃຊ້ນ້ຳໃນແຕ່ລະວັນ
I.ຈຸດປະສົງ
-ບອກແຫຼ່ງນໍ້າທີ່ໃຊ້ໃນຊີວິດປະຈໍາວັນ
-ບອກການນໍາໃຊ້ນໍ້າໃນຊີວິດປະຈໍາວັນໄດ້
-ຈໍາແນກວິທີປະຢັດນໍ້າໃນຊີວິດປະຈໍາວັນໄດ້
-ເຂົ້າໃຈຄວາມສໍາຄັນຂອງການປົກປັກຮັກສາແຫຼ່ງນໍ້າ
-
7ບົດທິ7ການອະນາໄມຮ່າງກາຍ
I. ຈຸດປະສົງ
-ອະທິບາຍເຫດຜົນທີ່ຕ້ອງອະນາໄມຮ່າງກາຍໃນວັນໜຶ່ງ
-ສາທິດການລ້າງມື7ຂັ້ນຕອນຢ່າງຖືກຕ້ອງ+ການອາບນໍ້າ ແລະ ສະຜົມໃຫ້ສະອາດ (ດ້ວຍຄິບວິດີໂອ)
-
8ບົດທີ: 8 ການຮັກສາອະນາໄມແຂ້ວ
I. ຈຸດປະສົງ
-ບອກໜ້າທີ່ແລະຄວາມສໍາຄັນຂອງແຂ້ວ + ສາທິດຂັ້ນຕອນການຖູແຂ້ວ
-ຈໍາແນກສິ່ງທີ່ພາໃຫ້ເປັນແຂ້ວແມງ ຫຼື ເຈັບແຂ້ວ
-
9ບົດທີ: 9 ການນໍາໃຊ້ຫ້ອງນໍ້າ
I. ຈຸດປະສົງ
-ອະທິບາຍການນໍາໃຊ້ວິດຖ່າຍແບບຕ່າງໆຢ່າງຖືກຕ້ອງ
-ບອກວິທີຮັກສາແລະທໍາຄວາມສະອາດວິດຖ່າຍຢ່າງຖືກຕ້ອງ
-ຮູ້ສາເຫດທີ່ຕ້ອງຖ່າຍໃສ່ວິດເພາະມັນມີຄວາມສໍາຄັນຕໍ່ສຸຂະພາບ
-
10ບົດທີ: 10 ສັດລ້ຽງ ແລະ ສັດປ່າ
I. ຈຸດປະສົງ
-ບອກຊື່ແລະສະແດງທ່າທາງຂອງສັດທົ່ວໄປໄດ້
-ຈໍາແນກສັດປ່າແລະສັດລ້ຽງໄດ້ຢ່າງຖືກຕ້ອງ
-ອະທິບາຍການຮັກສາຄວາມປອດໄພເວລາຢູ່ໃກ້
-
11ບົດທີ: 11 ການດູແລຮັກສາສັດ
I.ຈຸດປະສົງ
-ອະທິບາຍວິທີການຮັກສາແລະດູແລສັດ
-ປົກປັກຮັກສາບ່ອນຢູ່ອາໄສຂອງສັດ
-
12ບົດທີ: 12 ການດູແລຮັກສາພືດ
I.ຈຸດປະສົງ
-ບອກຂັ້ນຕອນການປູກພືດ
-ບອກສິ່ງທີ່ພືດຕ້ອງການເພື່ອຈະເລີນເຕີບໃຫຍ່
-ສາທິດຂັ້ນຕອນໃນການປູກພືດ
-
13ບົດທີ13 ອາຫານເພື່ອສຸຂະພາບ
I.ຈຸດປະສົງ
-ບອກຊື່ປະເພດອາຫານທີ່ກິນໃນແຕ່ລະວັນ
-ຈໍາແນກປະເພກອາຫານໂດຍອີງຕາມແຫຼ່ງທີ່ມາຂອງອາຫານ
-ອະທິບາຍຄວາມສໍາຄັນຂອງອາຫານຕໍ່ຮ່າງກາຍຄົນເຮົາ
-ພັນລະນາການກິນອາຫານທີ່ດີຕໍ່ສຸຂະພາບ
-
14ບົດທີ: 14 ອາຫານຂອງສັດ.
I.ຈຸດປະສົງ
-ບອກຊື່ອາຫານຂອງສັດຊະນິດຕ່າງໆ.
-ຈໍາແນກອາຫານທີ່ສັດແຕ່ລະຊະນິດກິນ+ອະທິບາຍການກິນອາຫານຂອງສັດ.
-
15ບົດທີ: 15 ອາຫານສໍາລັບພືດ.
I.ຈຸດປະສົງ
- ຮູ້ໂຄງປະກອບສ້າງຂອງພືດ.
- ຮູ້ໜ້າທີ່ຂອງຮາກ, ລໍາ, ໃບ ໃນການໃຫ້ອາຫານຂອງພືດ.
-
16ບົດທີ: 16 ດິນໃນທ້ອງຖິ່ນ.
I.ຈຸດປະສົງ
- ຮູ້ລັກສະນະຂອງເນື້ອດິນທີ່ເຮັດໃຫ້ພືດເຕີບໃຫຍ່ແຂງແຮງ.
- ທົດລອງແລະບອກຊື່ສິ່ງທີ່ເປັນສ່ວນປະກອບຂອງດິນ.
-
17ບົດທີ: 17 ເຮືອນຂອງເຮົາ.
I.ຈຸດປະສົງ
- ຮູ້ຄວາມໝາຍຂອງຄໍາວ່າເຮືອນ.
- ພັນລະນາຄວາມແຕກຕ່ງລະຫວ່າງເຮືອນແຕ່ລະຊະນິດ.
-
18ບົດທີ: 18 ທີ່ຢູ່ຂອງສັດ.
I.ຈຸດປະສົງ
- ບອກຊື່ຂອງສັດແລະທີ່ຢູ່ອາໄສຂອງພວກມັນໄດ້.
- ຈໍາແນກລະຫວ່າງສັດບົກແລະສັດນໍ້າໄດ້.
-
19ບົດທີ: 19 ທີ່ຢູ່ອາໄສຂອງພືດ.
I.ຈຸດປະສົງ
- ບອກຊື່ພືດທົ່ວໄປທີ່ຮູ້ຈັກ.
- ອະທິບາຍບ່ອນທີ່ພືດອາໃສຢູ່ + ຈໍາແນກພືດບົກແລະພືດນໍ້າ.
-
20ບົດທີ: 20 ພືດທີ່ຄົນເຮົານໍາໃຊ້.
I.ຈຸດປະສົງ
- ຈໍາແນກປະເພດພືດທີ່ຄົນເຮົາປູກແລະຢູ່ປ່າ.
- ຮູ້ຂັ້ນຕອນທີ່ຈໍາເປັນໃນການປູກ.
-
21ບົດທີ 21 ການຢູ່ຮ່ວມກັນຂອງຄົນ ,ສັດ ແລະ ພືດ
I.ຈຸດປະສົງ
1. ຈຳແນກຕົວຢ່າງທີ່ພືດຊ່ວຍຄົນ ແລະ ສັດ
2.ອະທິບາຍໄດ້ວ່າຕົ້ນໄມ້ໃຫຍ່ມີຄວາມສໍາຄັນ
3.ອະທິບາຍການພົວພັນລະຫວ່າງຄົນ, ສັດ, ພືດ
-
22ບົດທີ 22 ເຄື່ອງຫຼິ້ນ
I.ຈຸດປະສົງ
-ບອກຊື່ເຄື່ອງຫຼິ້ນຕ່າງໆ
-ອະທິບາຍຄຸນປະໂຫຍດຕ່າງໆຂອງເຄື່ອງຫຼິ້ນ
-ບອກອັນຕະລາຍຈາກການຫຼິ້ນເຄື່ອງຫຼິ້ນບໍ່ຖືກວິທີ
-ອະທິບາຍການເກັບຮັກສາ
-
23ບົດທີ 23 ເຄື່ອງໃຊ້ໃນຄອບຄົວ
I.ຈຸດປະສົງ
-ບອກຊື່ອຸປະກອນເຄື່ອງໃຊ້ໄຟຟ້າ,ເຄື່ອງໃຊ້ໃນເຮືອນຄົວ
-ບອກວິທີໃຊ້ເຄື່ອງໄຟຟ້າ
-ບອກວັດສະດຸທີ່ນໍາມາຜະລິດເປັນອຸປະກອນເຄື່ອງໃຊ້ໄຟຟ້າ,ເຄື່ອງໃຊ້ໃນຄົວ
-ບອກວິທີການຮັກສາອຸປະກອນເຄື່ອງໃຊ້
-
24ບົດທີ24 :ຄວາມປອດໄພເມື່ອຢູ່ເຮືອນ.
I.ຈຸດປະສົງ
-ຈໍາແນກອຸບັດຕິເຫດແຕ່ລະປະເພດຢູ່ເຮືອນ
-ບອກວິທີປ້ອງກັນຕົນເອງໄພອັນຕະລາຍທີ່ເກີດຂຶ້ນເມື່ອຢູ່ເຮືອນ.
-
25ບົດທີ 25: ອັນຕະລາຍຈາກພາຍນອກ.
I. ຈຸດປະສົງ
1.ໃຫ້ນັກຮຽນສາມາດຮູ້ວ່າສິ່ງໃດເປັນໄພອັນຕະລາຍຢູ່ທາງນອກ.
2.ນັກຮຽນ ຮູ້ວິທີປ້ອງກັນ ຫຼີກເວັ້ນ ໄພອັນຕະລາຍຢູ່ພາຍນອກໄດ້.
-
26ບົດທີ 26: ການຈົມ ແລະການຟູຂອງວັດຖຸ.
I. ຈຸດປະສົງ
1.ໃຫ້ນັກຮຽນສາມາດຈໍາແນກການຈົົມ ແລະ ການຟູໄດ້.
2.ນັກຮຽນ ສາມາດ ທົດລອງຕົວຈິງກ່ຽວກັບບົດຮຽນໄດ້.
-
27ບົດທີ 27: ທ້ອງຟ້າ.
I. ຈຸດປະສົງ
1.ໃຫ້ນັກຮຽນສາມາດບອກສິ່ງທີ່ພົບເຫັນໃນທ້ອງຟ້າເຊັ່ນ:ດວງອາທິດ,ດວງຈັນ ,ດາວໆ
2.ນັກຮຽນ ສາມາດ ສິ່ງຕ່າງໆທີ່ຢູ່ເທິງທ້ອງຟ້າເຊັ່ນ:ນັກ,ແມງໄມ້ດກ້ອນເມກ...
-
28ບົດທີ 28: ດວງອາທິດ.
I. ຈຸດປະສົງ
1.ໃຫ້ນັກຮຽນສາມາດບອກຜົນດີຜົນຮ້າຍຂອງດວງອາທິດ.
2.ນັກຮຽນ ສາມາດ ເວົ້າກ່ຽວກັບດວງອາທິດຂຶ້ນລົງ.
-
29ບົດທີ 29: ອາກາດ.
I. ຈຸດປະສົງ
1.ໃຫ້ນັກຮຽນສາມາດແຕ້ມສັນຍາລັກສະພາບອາກາດທ້ອງຖິ່ນໄດ້.
2.ນັກຮຽນ ອະທິບາຍກ່ຽວກັບວິທີຮັບມືເວລາສະພາບອາກາດປ່ຽນແປງ.
-
30ບົດທີ 30: ອາກາດ ( ຕໍ່ ).
I. ຈຸດປະສົງ
1.ໃຫ້ນັກຮຽນສາມາດຮູ້ແຍກສະພາບອາກາດໄດ້.
2.ນັກຮຽນ ອະທິບາຍກ່ຽວກັບວິທີຮັບມືເວລາສະພາບອາກາດປ່ຽນແປງ.

