- Description
- Curriculum
-
1ບົດທີ1: ຈໍານວນຖ້ວນ ແລະ ຈໍານວນທົດສະນິຍົມ
+ ຈຸດປະສົງ:
- - ສຸ່ມໃສ່ການສະແດງຈໍານວນຖ້ວນ ແລະ ຈໍານວນທົດສະນິຍົມດ້ວຍຫຼັກການຂຽນຫຼັກຈໍານວນເລກພື້ນສິບ.
- - ເຂົ້າໃຈໂດຍລວມຈຸດພິເສດທີ່ເປັນເລກພື້ນສິບຂອງຈໍານວນຖ້ວນ ແລະ ຈໍານວນທົດສະນິຍົມ ພ້ອມທັງສາມາດນໍາໃຊ້ຢ່າງມີປະສິດທິຜົນໃນການຄິດໄລ່ຕ່າງໆຂອງຈໍານວນຖ້ວນ ແລະ ຈໍານວນທົດສະນິຍົມ.
-
2ບົດທີ2: ການຄູນ ແລະ ການຫານຈໍານວນທົດສະນິຍົມ
+ ຈຸດປະສົງ:
- - ສາມາດນໍາໃຊ້ຫຼັກການຄູນ ແລະ ຫຼັກການຫານໄດ້ຢ່າງເໝາະສົມ ແລະ ເຂົ້າໃຈວິທີການຄິດໄລ່.
- - ສາມາດສະແດງຈໍານວນເທື່ອເປັນຈໍານວນທົດສະນິຍົມໄດ້.
-
3ບົດທີ3: ບໍລິມາດຂອງຮູບກັບສາກ ແລະ ກ້ອນສາກ
+ ຈຸດປະສົງ:
- - ມີຄວາມຮັບຮູ້ທາງດ້ານປະລິມານກ່ຽວກັບບໍລິມາດອຸດົມສົມບູນຂຶ້ນໄປພ້ອມໆກັບເຂົ້າໃຈຄວາມໝາຍຂອງຫົວໜ່ວຍ ແລະ ການວັດແທກບໍລິມາດຂອງຮູບກ້ອນ ແລະ ເຮັດໃຫ້ສາມາດຊອກຫາບໍລິມາດໄດ້ດ້ວຍການຄິດໄລ່ .
-
4ບົດທີ4: ການທຽບເທົ່າກັນຂອງຮູບເລຂາຄະນິດ
+ ຈຸດປະສົງ:
- - ເຂົ້າໃຈກ່ຽວກັບຄວາມໝາຍຂອງການທຽບເທົ່າຂອງຮູບຮ່າງ ແລະ ຄຸນລັກສະນະຂອງຮູບຮ່າງທີ່ທຽບເທົ່າ.
- - ເຂົ້າໃຈເລິກເຊິ່ງກ່ຽວກັບຮູບໃນໜ້າພຽງ ໂດຍຜ່ານການປະຕິບັດກິດຈະກໍາເຊັ່ນ: ການຕັດ, ເຕັງຊ້ອນກັນ, ໝູນ, ພັບຮູບທີ່ທຽບເທົ່າ.
-
5ບົດທີ5: ການຄູນ ແລະ ການຫານເລກສ່ວນ
+ ຈຸດປະສົງ:
- - ເຂົ້າໃຈກ່ຽວກັບຄວາມໝາຍຂອງການຄິດໄລ່ ແລະ ວິທີຄິດໄລ່ຂອງ
(ເລກສ່ວນ ຫຼື ຈໍານວນຖ້ວນ) × (ຈໍານວນຖ້ວນ ຫຼື ເລກສ່ວນ)
(ເລກສ່ວນ ຫຼື ຈໍານວນຖ້ວນ) ÷ (ຈໍານວນຖ້ວນ ຫຼື ເລກສ່ວນ) ພ້ອມທັງສາມາດນໍາໃຊ້ໄດ້.
-
6ບົດທີ6: ຮູບຮ່າງທີ່ມີລັກສະນະເຄິ່ງຄືກັນ
+ ຈຸດປະສົງ:
- - ເຂົ້າໃຈຄວາມໝາຍ ແລະ ຄຸນລັກສະນະໂດຍຜ່ານການສັງເກດຮູບຮ່າງທີ່ເຄິ່ງຄື ແລະ ໂຄງສ້າງຂອງມັນແລ້ວເຮັດໃຫ້ຄວາມຮັບຮູ້ຕໍ່ກັບຮູບຮ່າງອຸດົມສົມບູນຂຶ້ນ.
-
7ບົດທີ7: ຄ່າສະເລ່ຍ
+ ຈຸດປະສົງ:
-ເຂົ້າໃຈຄ່າສະເລ່ຍ ແລະ ສາມາດນໍາໃຊ້ໄດ້.
-
8ບົດທີ8: ຄວາມໄວ
+ ຈຸດປະສົງ:
- - ເຂົ້າໃຈກ່ຽວກັບຄວາມໄວ, ສາມາດຊອກຫາຄໍາຕອບ ແລະ ນໍາໃຊ້ເຂົ້າໃນຊີວິດປະຈໍາວັນໄດ້
-
9ບົດທີ9: ເນື້ອທີ່ຂອງຮູບສີ່ແຈ ແລະ ຮູບສາມແຈ.
+ ຈຸດປະສົງ:
- - ເຂົ້າໃຈວິທີຊອກຫາເນື້ອທີ່ຂອງຮູບສີ່ແຈຂ້າງຂະໜານ, ຮູບສາມແຈ, ຮູບຄາງໝູ ແລະ ຮູບດອກຈັນ, ຂຽນສູດຂຶ້ນມາຊອກຫາເນື້ອທີ່ເຫຼົ່ານັ້ນໄດ້ດ້ວຍການຄິດໄລ່.
-
10ບົດທີ10: ຮູບຫຼາຍແຈ ແລະ ຮູບວົງມົນ.
+ ຈຸດປະສົງ:
- - ເຂົ້າໃຈຄວາມໝາຍ ແລະ ຄຸນລັກສະນະຂອງຮູບຫຼາຍແຈສະເໝີ ພ້ອມທັງເຮັດໃຫ້ເຂົ້າໃຈຄວາມໝາຍຂອງ ປີ້ (π) ແລະ ຄວາມສໍາພັນຂອງເສັ້ນຜ່ານກາງ, ລວງຮອບ, ປີ້ (π) ແລະ ສາມາດນໍາໃຊ້ສິ່ງດັ່ງກ່າວໄດ້.
- - ເຂົ້າໃຈວິທີຊອກຫາເນື້ອທີ່ຂອງວົງມົນ, ເຮັດໃຫ້ສາມາດຊອກຫາໄດ້ດ້ວຍການຄິດໄລ່.
-
11ບົດທີ11: ອັດຕາສ່ວນ
+ ຈຸດປະສົງ:
- - ເຂົ້າໃຈກ່ຽວກັບອັດຕາສ່ວນເປັນວິທີສະແດງສັດສ່ວນຂອງ 2 ປະລິມານທາງດ້ານຈໍານວນ ແລະ ເພີ່ມ ຄວາມສາມາດນໍາໃຊ້ໃນຊີວິດປະຈໍາວັນ ແລະ ການຮຽນ.
-
12ບົດທີ12: ການຂະຫຍາຍ ແລະ ການຫຍໍ້ ຮູບເລຂາຂະນິດ
+ ຈຸດປະສົງ:
-ເຂົ້າໃຈກ່ຽວກັບຄວາມໝາຍ ແລະ ຄຸນລັກສະນະຂອງຮູບຂະຫຍາຍ, ຮູບຫຍໍ້, ເຂົ້າໃຈຮູບເລຂາຄະນິດເລິກ ເຊິ່ງຂຶ້ນຕື່ມ ແລະ ໃຫ້ມີຄວາມສໍານຶກຕໍ່ຮູບເລຂາຄະນິດຢ່າງອຸດົມສົມບູນ ໂດຍຜ່ານການສັງເກດ ແລະ ການແຕ້ມຮູບຂະຫຍາຍ ແລະ ຮູບຫຍໍ້.
-
13ບົດທີ13: ອັດຕາສ່ວນພົວພັນ ແລະ ອັດຕາສ່ວນພົວພັນປີ້ນ
+ ຈຸດປະສົງ:
- - ເຂົ້າໃຈກ່ຽວກັບຄວາມສໍາພັນຂອງອັດຕາສ່ວນພົວພັນ ແລະ ອັດຕາສ່ວນພົວພັນປີ້ນ ແລ້ວຂະຫຍາຍ ແນວຄວາມຄິດໄປສູ່ຕໍາລາ ໂດຍຜ່ານການສັງເກດຄວາມສໍາພັນລະຫວ່າງສອງປະລິມານທີ່ປ່ຽນແປງໄປນໍາກັນ.
-
14ບົດທີ14: ສ່ວນຮ້ອຍ ແລະ ກຣາບ
+ ຈຸດປະສົງ:
- - ຮັບຮູ້ວ່າກໍລະນີທີ່ນໍາໃຊ້ອັດຕາໃນການປຽບທຽບປະລິມານທາງດ້ານຈໍານວນ ແລະ ພິຈາລະນາຄວາມ ສໍາພັນຂອງປະລິມານເປັນຖານ ແລະ ປະລິມານທຽບຖານຂອງຂໍ້ມູນ.
- - ເຂົ້າໃຈສ່ວນຮ້ອຍ, ວິທີສະແດງ ພ້ອມທັງເຮັດໃຫ້ນັກຮຽນສາມາດສະແດງ ແລະ ກວດສອບ ຈຸດພິເສດຂໍ້ມູນ ໂດຍນໍາໃຊ້ກຣາບແຜ່ນມົນ ແລະ ກຣາບແຖບ.
-
15ບົດທີ15: ຮູບກ້ອນ
+ ຈຸດປະສົງ:
- - ເຂົ້າໃຈກ່ຽວກັບຄວາມໝາຍ ແລະ ຄຸນລັກສະນະຂອງຮູບທໍ່ລ່ຽມ ແລະ ຮູບທໍ່ກົມ, ເຮັດໃຫ້ມີຄວາມສໍານຶກ ຢ່າງອຸດົມສົມບູນກ່ຽວກັບຮູບກ້ອນ ໂດຍຜ່ານການສັງເກດ ແລະ ການປະກອບສ້າງຂອງຮູບ.
-
16ບົດທີ16: ລະບົບຫົວໜ່ວຍວັດແທກສາກົນ
+ ຈຸດປະສົງ:
- - ເຂົ້າໃຈແບບລວມເປັນອັນໜຶ່ງອັນດຽວກັນ (ຄວາມຄິດລວມຍອດ) ກ່ຽວກັບລະບົບຫົວໜ່ວຍວັດແທກສາກົນ ແລະ ອົງປະກອບຫົວໜ່ວຍຂອງມັນ, ສາມາດນໍາໃຊ້ຫົວໜ່ວຍເຫຼົ່ານີ້ໃນການວັດແທກຢ່າງມີປະສິດທິພາບ.

