- Description
- Curriculum
-
1ບົດທີ1: ອຸບັດຕິເຫເຕາມຖະໜົນ
+ ຈຸດປະສົງ:
- ນໍາສະເໜີຂໍ້ມູນອຸບັດຕິເຫດຈາກຕາຕະລາງສະຖິຕິ.
- ບອກສາເຫດຂອງການເກີດອຸບັດຕິເຫດຕາມຖະໜົນ.
- ອະທິບາຍການວິທີໃຫ້ການຊ່ວຍເຫຼືອເມື່ອພົບຜູ້ປະສົບອຸບັດຕິເຫດ.
- ອະທິບາຍຜົນກະທົບທີ່ເກີດຈາກອຸບັດຕິເຫດ.
-
2ບົດທີ2: ລະເບີດບໍ່ທັນແຕກທີ່ຕົກຄ້າງ
+ ຈຸດປະສົງ:
- ບອກບັນດາແຂວງ ແລະ ເມືອງທີ່ມີລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ.
- ອະທິບາຍວິທີຫຼີກລ່ຽງອຸບັດຕິເຫດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ.
- ອະທິບາຍຜົນກະທົບຂອງລະເບີດບໍ່ທັນແຕກທີ່ຕົກຄ້າງຕໍ່ດ້ານຕ່າງໆຢູ່ໃນປະເທດລາວ.
-
3ບົດທີ3: ການຂີ່ລົດຖີບທີ່ປອດໄພ
+ ຈຸດປະສົງ:
- ກວດສະພາບລົດຖີບບາງພາກສ່ວນທີ່ສໍາຄັນກ່ອນການຂັບຂີ່.
- ບອກພຶດຕິກໍາການຂັບຂີ່ລົດຖີບທີ່ຖືກຕ້ອງ ແລະ ການຂັບຂີ່ທີ່ບໍ່ຖືກຕ້ອງໄດ້.
-
4ບົດທີ4: ປັດໄຈດ້ານສະພາບແວດລ້ອມຕໍ່ສິ່ງທີ່ມີຊີວິດ
+ ຈຸດປະສົງ:
- ບອກອົງປະກອບຂອງສະພາບແວດລ້ອມ ແລະ ປັດໄຈຕ່າງໆທີ່ມີຜົນຕໍ່ສິ່ງທີ່ມີຊີວິດ.
- ແຕ້ມແຜນວາດ , ອະທິບາຍການພົວພັນເຊິ່ງກັນ ແລະ ກັນ ລະຫວ່າງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດໃນລະບົບນິເວດໃດໜຶ່ງ.
-
5ບົດທີ5: ການປັບຕົວຂອງສິ່ງທີ່ມີຊີວິດເພື່ອຢູ່ລອດ.
+ ຈຸດປະສົງ:
- ບອກຊື່ ແລະ ລັກສະນະການປັບຕົວຂອງສັດເພື່ອຢູ່ລອດ.
- ບອກຊື່ ແລະ ລັກສະນະການປັບຕົວຂອງພືດເພື່ອຢູ່ລອດ.
-
6ບົດທີ6: ລະບົບນິເວດທີ່ສົມບູນ
+ ຈຸດປະສົງ:
- ຍົກຕົວຢ່າງການພົວພັນລະຫວ່າງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດຢູ່ໃນລະບົບນິເວດ
- ຮູ້ບັນຫາທີ່ເຮັດໃຫ້ລະບົບນິເວດບໍ່ສົມດູນ ແລະ ສະເໜີວິທີການປົກປັກຮັກສາລະບົບນິເວດໃຫ້ສົມບູນ.
-
7ບົດທີ7: ລະບົບຫາຍໃຈ.
+ ຈຸດປະສົງ:
- ບອກໂຄງສ້າງ ແລະ ໜ້າທີ່ຂອງລະບົບຫາຍໃຈ.
- ອະທິບາຍການເຮັດວຽກຂອງຫົວໃຈ.
- ອະທິບາຍການປ້ອງກັນພະຍາດກ່ຽວກັບລະບົບຫາຍໃຈ.
-
8ບົດທີ8: ລະບົບໝູນວຽນເລືອດ.
+ ຈຸດປະສົງ:
- ບອກໂຄງສ້າງ ແລະ ໜ້າທີ່ຂອງລະບົບໝູນວຽນເລືອດ.
- ບອກວິທີຟັງການເຕັ້ນຂອງຫົວໃຈ.
- ບອກສາເຫດ, ຄວາມອັນຕະລາຍ ແລະ ວິທີປ້ອງກັນພະຍາດຕ່າງໆທີ່ກ່ຽວຂ້ອງກັບລະບົບໝູນວຽນເລືອດ.
-
9ບົດທີ9: ລະບົບປະສາດ.
+ ຈຸດປະສົງ:
- ບອກໂຄງສ້າງ ແລະ ໜ້າທີ່ການເຮັດວຽກຂອງລະບົບປະສາດ (ໃນຮູບແບບຄວາມຄິດ, ເຄື່ອນໄຫວ, ເບິ່ງເຫັນ, ໄດ້ຍິນ, ກິ່ນ, ລົດຊາດ, ຮຽນ ຮູ້ ແລະ ຮູ້ສຶກ).
- ບອກຜົນກະທົບຂອງເຫຼົ້າແລະສິ່ງເສບຕິດຕໍ່ການເຮັດວຽກຂອງສະໝອງ.
-
10ບົດທີ10: ຄວາມສ່ຽງດ້ານສຸຂະພາບ ແລະ ການປ້ອງກັນ.
+ ຈຸດປະສົງ:
- ບອກການຕິດຕໍ່ຂອງພະຍາດ, ການຂາດສານອາຫານ, ສະພາບແວດລ້ອມ ແລະ ຮູບແບບການດໍາລົງຊີວິດ.
- ບອກວິທີປ້ອງກັນຈາກພະຍາດຕ່າງໆ.
-
11ບົດທີ11: ລະບົບລະລາຍອາຫານຂອງສັດ
+ ຈຸດປະສົງ:
- ອະທິບາຍໂຄງສ້າງ ແລະ ການເຮັດວຽກຂອງລະບົບລະລາຍອາຫານຂອງສັດປີກ.
- ອະທິບາຍການເຮັດວຽກຂອງລະບົບລະລາຍອາຫານຂອງສັດຄ້ຽວເອື້ອງ.
- ປຽບທຽບຄວາມແຕກຕ່າງຂອງທາງເດີນອາຫານ ແລະ ແຂ້ວຂອງຄົນ ແລະ ສັດຄ້ຽວເອື້ອງ.
-
12ບົດທີ12: ລະບົບຫາຍໃຈຂອງສັດ.
+ ຈຸດປະສົງ:
- ອະທິບາຍໂຄງສ້າງ ແລະ ການເຮັດວຽກຂອງລະບົບຫາຍໃຈຂອງສັດບາງຊະນິດ.
- ຈໍາແນກຄວາມແຕກຕ່າງລະຫວ່າງລະບົບຫາຍໃຈ ແລະ ທີ່ຢູ່ອາໄສຂອງສັດບາງຊະນິດ.
-
13ບົດທີ13: ການປັບປຸງພັນສັດ ແລະ ການລ້ຽງສັດ.
+ ຈຸດປະສົງ:
- ອະທິບາຍວິທີການເລືອກພໍ່ພັນ ແລະ ແມ່ພັນທ່ີດີ, ການປະສົມພັນຕາມທໍາມະຊາດ ແລະ ການປະສົມພັນທຽມຂອງສັດບາງຊະນິດ.
- ອະທິບາຍການປະສົມພັນຂອງປາ ແລະ ກົບ.
-
14ບົດທີ14: ການສັງເຄາະແສງ.
+ ຈຸດປະສົງ:
- ແຕ້ມແຜນວາດເພື່ອສະແດງໃຫ້ເຫັນການເຄື່ອນທີ່, ການສ້າງຄາບອນໄດອອກໄຊ, ອອກຊີເຈນ ແລະ ນໍ້າຕານຢູ່ໃນໃບພືດ.
- ຕື່ມປະໂຫຍກ ແລະ ອະທິບາຍຂະບວນການສັງເຄາະແສງຢູ່ໃນໃບພືດທີ່ເປັນຄໍາເວົ້າໃຫ້ນັກຮຽນຂຽນເອງ
-
15ບົດທີ15: ການແລກປ່ຽນອາຍແກັດໃນພືດ.
+ ຈຸດປະສົງ:
- ອະທິບາຍການເປີດ - ປິດຂອງຈຸລັງປາກໃບ.
- ອະທິບາຍການແລກປ່ຽນອາຍແກັດໃນພືດ.
-
16ບົດທີ16: ການລໍາລຽງນໍ້າ ແລະ ແຮ່ທາດຢູ່ໃນພືດ.
+ ຈຸດປະສົງ:
- ອະທິບາຍການລໍາລຍງນໍ້າ ແລະ ແຮ່ທາດຂອງພືດ.
- ອະທິບາຍພາກສ່ວນຕ່າງໆຂອງພືດ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການລໍາລຽງນໍ້າຂອງພືດ.
-
17ບົດທີ17: ການສືບພັນແບບອາໄສເພດ ແລະ ບໍ່ອາໄສເພດ.
+ ຈຸດປະສົງ:
- ອະທິບາຍການສືບພັນຂອງພືດແຕ່ລະປະເພດ.
- ອະທິບາຍຄວາມແຕກຕ່າງລະຫວ່າງການສືບພັນແບບອາໄສເພດ ແລະ ການສືບພັນແບບບໍ່ອາໄສເພດ.
-
18ບົດທີ18: ທາດເຄມີໃນຊີວິດປະຈໍາວັນ.
+ ຈຸດປະສົງ:
- ອະທິບາຍການນໍາໃຊ້ທາດເຄມີໃນຊີວິດປະຈໍາວັນ ແລະ ການສັງເກດເບິ່ງສະຫຼາກຂອງຜະລິດຕະພັນແຕ່ລະຊະນິດ.
- ບອກປະໂຫຍດ ແລະ ໂທດຂອງການນໍາໃຊ້ທາດເຄມີໃນຊີວິດປະຈໍາວັນ.
-
19ບົດທີ19: ການປ່ຽນແປງຂອງວັດຖຸທາງເຄມີ.
+ ຈຸດປະສົງ:
- ລະບຸການເກີດຂຶ້ນຂອງທາດໃໝ່ເມື່ອມີການປ່ຽນແປງທາງເຄມີ.
- ອະທິບາຍການປ່ຽນແປງທາງເຄມີໃນເວລາທີ່ທຽນກໍາລັງໄໝ້.
-
20ບົດທີ20: ສີຂອງທາດເຄມີ.
+ ຈຸດປະສົງ:
- ອະທິບາຍປະກົດການ ການປ່ຽນແປງສີ ແລະ ການປະສົມທາດເຄມີ.
-
21ບົດທີ21: ການເຜົາໄໝ້ ແລະ ຜະລິດຕະພັນທໍາຄວາມສະອາດ.
+ ຈຸດປະສົງ:
- ອະທິບາຍການເກີດປະຕິກິລິຍາທາງເຄມີຂອງການເຜົາໄໝ້ຕົ້ນຕໍໃນເວລາຈູດທຽນ.
- ອະທິບາຍທາດເຄມີໃນການທໍາຄວາມສະອາດ.
-
22ບົດທີ22: ປາກົດການອຸປະລາຄາ.
+ ຈຸດປະສົງ:
- ອະທິບາຍການເກີດປາກົດການອຸປະລາຄາ.
- ອະທິບາຍການເກີດປາກົດການສຸລິຍະຄາດ ແລະ ຈັນທະຄາດ.
-
23ບົດທີ23: ຄວາມແຮງ.
+ ຈຸດປະສົງ:
- ບອກຄໍານິຍາມຂອງຄວາມແຮງ ແລະ ຈໍາແນກລະຫວ່າງແຮງດຶງ ແລະ ແຮງຍູ້ໄດ້(ວັດຖຸແຂງ, ແຫຼວ ແລະ ອາຍ).
- ສາທິດ ແລະ ອະທິບາຍຄວາມແຮງສໍາຜັດ ແລະ ຄວາມແຮງບໍ່ສໍາຜັດ.
-
24ບົດທີ24: ກະແສໄຟຟ້າ ແລະ ວັດຖຸຊັກນໍາໄຟຟ້າ.
+ ຈຸດປະສົງ:
- ກວດສອບ ແລະ ແກ້ໄຂການຕໍ່ວົງຈອນໄຟຟ້າແບບງ່າຍດາຍໄດ້.
- ກວດສອບວັດຖຸຊັກນໍາໄຟຟ້າ ແລະ ວັດຖຸບໍ່ຊັກນໍາໄຟຟ້າ.
ອະທິິບາຍການໄຫຼຜ່ານຂອງກະແສໄຟຟ້າ.
-
25ບົດທີ25: ພະລັງງານ ແລະ ການປ່ຽນຮູບຂອງພະລັງງານ.
+ ຈຸດປະສົງ:
- ບອກຄວາມໝາຍຂອງພະລັງງານ ແລະ ຮູບແບບຕ່າງໆຂອງພະລັງງານກ
- ອະທິບາຍການປ່ຽນຮູບຂອງພະລັງງານຈາກຮູບແບບໜຶ່ງ ໄປເປັນພະລັງງານໃນຮູບແບບອື່ນ.
- ອະທິບາຍການເພີ່ມຂຶ້ນ ຫຼື ຫຼຸດລົງຂອງພະລັງງານສະສົມຂອງວັດຖຸ.
-
26ບົດທີ26: ວົງຈອນຄາບອນ ແລະ ການເພີ່ມຂຶ້ນຂອງພາວະເຮືອນແກ້ວ.
+ ຈຸດປະສົງ:
- ອະທິບາຍວົງຈອນຂອງຄາບອນໃນທໍາມະຊາດ.
- ບອກຊື່ອາຍແກັດຕ່າງໆທີ່ມີສ່ວນເຮັດໃຫ້ຜົນຂອງເຮືອນແກ້ວເພີ່ມຂຶ້ນ ແລະ ແຫຼ່ງທີ່ມາຂອງອາຍແກັດເຮືອນແກ້ວແຕ່ລະປະເພດ.
- ອະທິບາຍການເຊື່ອມໂຍງຂອງອາຍແກັດເຮືອນແກ້ວເພີ່ມຂຶ້ນກັບພາວະໂລກຮ້ອນ.
-
27ບົດທີ27: ການກັກເກັບ ແລະ ປະຢັດນໍ້າ.
+ ຈຸດປະສົງ:
- ບອກສາເຫດ ແລະ ຜົນກະທົບຂອງໄພແຫ້ງແລ້ງ.
- ອະທິບາຍວິທີປະຢັດນໍ້າເພື່ອໃຊ້ໃນຍາມຂາດແຄນ.
- ອະທິບາຍຂັ້ນຕອນການເກີດນໍ້າສະອາດຢູ່ຖັງບັນຈຸຂອງຂະບວນການສ້າງແຫຼ່ງນໍ້າດື່ມສະອາດ.
-
28ບົດທີ28: ຜົນກະທົບຂອງພາວະໂລກຮ້ອນ.
+ ຈຸດປະສົງ:
- ອະທິບາຍຜົນກະທົບທີ່ເກີດຈາກພາວະໂລກຮ້ອນໄດ້.
- ກໍານົດແນວທາງການປະຕິບັດເພື່ອຫຼຸດຜ່ຶນພາວະໂລກຮ້ອນ ແລະ ຜົນຂອງຄາບອນທີ່ເກີດຈາກຄົນ.
-
29ບົດທີ29: ສື່ສັງຄົມອອນລາຍ
+ ຈຸດປະສົງ:
- ບອກຄວາມໝາຍ ແລະ ເຄື່ອງມືຂອງສື່ສັງຄົມອອນລາຍ.
- ສ້າງໂປສະເຕີເພື່ອສະເໜີຂໍ້ຄວນລະວັງໃນການນໍາໃຊ້ສື່ສັງຄົມອອລາຍ.
- ສ້າງໂປສະເຕເພື່ອບອກຂໍ້ດີ ແລະ ຂໍ້ເສຍຂອງການໃຊ້ສື່ສັງຄົມອອນລາຍ.

