- Description
- Curriculum
-
1ບົດທີ1 ການນໍາໃຊ້ທາງຍ່າງທີ່ຖືກຕ້ອງ
ຈຸດປະສົງ
- ໃຫ້ນັກຮຽນສາມາດຈຳແນກໄດ້ກ່ຽວກັບສິ່ງທີ່ເປັນອັນຕະລາຍ ແລະ ສິ່ງບໍ່ເປັນອັນຕະລາຍໃນເວລາຍ່າງຕາມທາງ.
- ຮູ້ປຽບທຽບໄດ້ວ່າທາງຍ່າງໃດປອດໄພ ແລະ ທາງຍ່າງໃດບໍ່ປອດໄພ.
-
2ບົດທີ2 ການເຄົາລົບນັບຖືຄູໃນໂຮງຮຽນ
- ໃຫ້ນັກຮຽນສາມາດຮູ້ການເຄົາລົບນັບຖືຄູໃນໂຮງຮຽນ ຫຼື ຜູ້ໃຫຍ່ ດ້ວຍໃບໜ້າຍິ້ມແຍ້ມເມື່ອສະແດງຄວາມເຄົາລົບ.
-
3ບົດທີ 3 ການປະຕິບັດກົດລະບຽບຂອງຫ້ອງຮຽນ
- ໃຫ້ນັກຮຽນສາມາດປະຕິບັດກົດລະບຽບຂອງຫ້ອງຮຽນໄດ້ຢ່າງຖືກຕ້ອງ.
- ຮູ້ຈຳແນກວ່າແນວໃດຄວນເຮັດ ແລະ ແນວໃດບໍ່ຄວນເຮັດເວລາຢູ່ໃນຫ້ອງຮຽນ.
-
4ບົດທີ 4 ດຸໝັ່ນໃນການອະນາໄມຫ້ອງຮຽນ
- ໃຫ້ນັກຮຽນສາມາດຮູ້ໜ້າທີ່ຄວາມຮັບຜິດຊອບໃນການອະນາໄມຫ້ອງຮຽນ.
- ຮູ້ຊ່ວຍເຫຼືອກັນໃນການເຮັດວຽກເປັນກຸ່ມ.
-
5ບົດທີ 5 ຮູ້ບຸນຄຸນຄູ
- ໃຫ້ນັກຮຽນສາມາດຮູ້ຊ່ວຍເຫຼືອ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄູ.
-
6ບົດທີ 6 ການໃຊ້ຄໍາເວົ້າທີ່ສຸພາບ
- ໃຫ້ນັກຮຽນສາມາດຈຳແນກວ່າຄຳເວົ້າໃດບໍ່ຄວນເວົ້າ ແລະ ຄຳເວົ້າໃດຄວນເວົ້າ.
- ເວົ້າຄຳແນວໃດຈຶ່ງສຸພາບ ແລະ ເວົ້າແນວໃດບໍ່ມ່ວນຫູບໍ່ດີ.
-
7ບົດທີ 7 ການຊ່ວຍເຫຼືອໝູ່ເພື່ອນ
- ໃຫ້ນັກຮຽນສາມາດຊ່ວຍເຫຼືອໝູ່ເພື່ອນຕາມເຫດການຕ່າງໆ.
- ການຊ່ວຍເຫຼືອນັ້ນຕ້ອງໃຫ້ຖືກໂມງເວລາ, ຖືກກັບສະຖານະການ ແລະ ບໍ່ຜິດກົດລະບຽບຂອງໂຮງຮຽນ ແລະ ສັງຄົມ.
-
8ບົດທີ 8 ການຮັກສາທຸງຊາດ
- ໃຫ້ນັກຮຽນສາມາດຮູ້ວິທີການຮັກສາທຸງຊາດ
( ຮັກສາແນວໃດ, ເກັບມ້ຽນໄວ້ໃສ ).
- ຮູ້ການນຳໃຊ້ທຸງຊາດເວລາໃດຕອນໃດ.
-
9ບົດທີ 9 ການຮັກສາອຸປະກອນການຮຽນ
- ໃຫ້ນັກຮຽນສາມາດບອກວິທີການເກັບຮັກສາອຸປະກອນການຮຽນ
ແລະ ເຄື່ອງໃຊ້ຕ່າງໆ.
- ຮູ້ສົມທຽບຖ້າເຮົາເກັບຮັກສາກັບເຮົາບໍ່ຮັກສາມັນຈະເປັນແບບໃດ
-
10ບົດທີ 10 ການນຸ່ງເຄື່ອງໃຫ້ຖືກສະຖານທີ່
- ໃຫ້ນັກຮຽນສາມາດເລືອກເຄື່ອງໃຫ້ຖືກກັບງານ ແລະ ສະຖານທີ່ ທີ່ຄົນໄປຮ່ວມ.
- ຮູ້ວ່າຄວນນຸ່ງແບບໃດ ແລະ ບໍ່ຄວນນຸ່ງແບບໃດ.
-
11ບົດທີ 11 ດຸໜັ່ນຕໍ່ການຮຽນ
- ໃຫ້ນັກຮຽນສາມາດເຂົ້າໃຈວ່າຖ້າເຮົາດຸໝັ່ນຕໍ່ການຮຽນແລ້ວຈະເປັນແນວໃດ.
- ຮູ້ຜົນດີ ແລະ ຜົນເສຍຂອງການດຸໝັ່ນຕໍ່ການຮຽນ.
-
12ບົດທີ 12 ຄວາມຮັບຜິດຊອບຕໍ່ການຮຽນ
- ໃຫ້ນັກຮຽນສາມາດບອກເຫດຜົນວ່າຈະເຮັດແນວໃດເພື່ອໃຫ້ຕົນເອງກາຍເປັນນັກຮຽນດີ ແລະ ເກັ່ງ.
- ຮູ້ສົມທຽບຜົນດີ ແລະ ຜົນເສຍຂອງຄວາມຮັບຜິດຊອບຕໍ່ການຮຽນ.
-
13ບົດທີ 13 ຄວາມສັດຊື່ຕໍ່ໝູ່ເພື່ອນ
- ໃຫ້ນັກຮຽນສາມາດຮູ້ເຖິງພຶດຕິກຳທີ່ສັດຊື່ ແລະ ບໍ່ສັດຊື່ຕໍ່ໝູ່ເພື່ອນ.
- ເຂົ້າໃຈວ່າຖ້າເຮົາບໍ່ສັດຊື່ ແລະ ສັດຊື່ຕໍ່ໝູ່ເຂົາຈະຮູ້ສຶກແນວໃດ.
-
14ບົດທີ 14 ກ້າເວົ້າຄວາມຈິງຕໍ່ຄົນໃນຄອບຄົວ
- ໃຫ້ນັກຮຽນສາມາດເວົ້າຄວາມຈິງຕໍ່ຄອບຄົວ.
- ຮູ້ດີ ແລະ ບໍ່ດີໃນການກ້າເວົ້າຄວາມຈິງຕໍ່ຄົນໃນຄອບຄົວ.
-
15ບົດທີ 15 ການຮັບເອົາສິ່ງຂອງທີ່ບໍ່ຖືກຕ້ອງ
- ໃຫ້ນັກຮຽນສາມາດຮູ້ວ່າເຮັດແບບໃດເມື່ອຮັບເອົາສິ່ງຂອງທີ່ບໍ່ຖືກຕ້ອງ.
-
16ບົດທີ 16 ການເປັນແບບຢ່າງໃຫ້ໝູ່ເພື່ອນ ແລະ ນ້ອງ
- ໃຫ້ນັກຮຽນສາມາດເຮັດໃນສິ່ງທີ່ເປັນແບບຢ່າງໃຫ້ເພື່ອນ ແລະ ນ້ອງ.
- ຮູ້ອະທິບາຍຜົນດີໃນການເປັນແບບຢ່າງໃຫ້ໝູ່ເພື່ອນ ແລະ ນ້ອງ.
-
17ບົດທີ 17 ກ້າຫານໃນການຕອບບົດຮຽນ
- ໃຫ້ນັກຮຽນສາມາດບອກຄວາມກ້າຫານໃນການຕອບບົດຮຽນໄດ້.
- ກ້າອະທິບາຍບອກໝູ່ຕໍ່ໄດ້.
-
18ບົດທີ 18 ການແບ່ງປັນສິ່ງຂອງໃຫ້ໝູ່ເພື່ອນ
- ໃຫ້ນັກຮຽນສາມາດຮູ້ຈັກການແບ່ງປັນສິ່ງຂອງໃຫ້ໝູ່ເພື່ອນ.
- ສັງເກດຄວາມຮູ້ສຶກເມື່ອຄົນອື່ນໄດ້ຮັບການແບ່ງປັນຈາກຄົນເອງ.
-
19ບົດທີ 19 ການປະຢັດເຄື່ອງຮຽນຊ່ວຍຄອບຄົວ
- ໃຫ້ນັກຮຽນສາມາດເຂົ້າໃຈວ່າອັນໃດແມ່ນການປະຢັດ, ອັນໃດແມ່ນບໍ່ປະຢັດ.
- ຮູ້ຈຳແນກຜົນດີ ແລະ ຜົນບໍ່ດີຖ້າບໍ່ຮູ້ປະຢັດເຄື່ອງຮຽນຊ່ວຍຄອບຄົວ.
- ຮູ້ວາງແຜນ ແລະ ຝຶກນິໄສການປະຢັດ
-
20ບົດທີ20 ມາລະຍາດທີ່ດີຕໍ່ໝູ່ເພື່ອນ
- ໃຫ້ນັກຮຽນສາມາດຮູ້ວ່າມາລະຍາດທີ່ດີຕໍ່ໝູ່ເພື່ອນ ແລະ ຜູ້ໃຫຍ່
ຕ້ອງເຮັດແນວໃດ.
- ຖ້າເຮັດບໍ່ດີຕໍ່ໝູ່ຈະມີວິທີແກ້ໄຂແນວໃດ.
-
21ບົດທີ 21 ການປະຢັດສິ່ງຂອງໃນຄອບຄົວ
- ໃຫ້ນັກຮຽນສາມາດຮູ້ປະຢັດສິ່ງຂອງໃນຄອບຄົວ ລວມໄປເຖິງປະຢັດເງິນນຳ.
- ຝຶກຕົນເອງໃຫ້ເປັນຄົນມີນິໃສປະຢັດຂອງສ່ວນຕົວ ແລະ ສ່ວນລວມ.
-
22ບົດທີ 22 ການສະແດງຄວາມຮັກຕໍ່ຄົນໃນຄອບຄົວ
- ໃຫ້ນັກຮຽນສາມາດເຂົ້າໃຈເຖິງຄວາມຮັກທີ່ມີຕໍ່ຄອບຄົວ.
- ຜົນດີຕໍ່ການສະແດງຄວາມຮັກຕໍ່ຄອບຄົວເປັນແນວໃດ.
-
23ບົດທີ 23 ຮູ້ບຸນຄຸນຕໍ່ຄົນໃນຄອບຄົວ
- ໃຫ້ນັກຮຽນສາມາດຮູ້ເຖິງຄວາມຮູ້ບຸນຄຸນຄົນຕໍ່ຄົນໃນຄອບຄົວ.
- ສັງເກດຖ້າເຮົາສະແດງຄວາມຮູ້ບຸນຄຸນຕໍ່ຄອບຄົວເຂົາເຈົ້າມີຄວາມຮູ້ສຶກແບບໃດ.
-
24ບົດທີ 24 ຄວາມຮັບຜິດຊອບຢູ່ໃນເຮືອນ
- ໃຫ້ນັກຮຽນສາມາດເຂົ້າໃຈຄວາມຮັບຜິດຊອບຢູ່ໃນເຮືອນ.
- ຖ້າຮູ້ຮັບຜິດຊອບຢູ່ໃນເຮືອນຄົນໃນຄອບຄົວກໍຈະມີຄວາມສຸກ.
-
25ບົດທີ 25 ຄວາມເມດຕາຕໍ່ໝູ່ເພື່ອນ
- ໃຫ້ນັກຮຽນສາມາດເຂົ້າໃຈຄຳວ່າຄວາມເມດຕາຕໍ່ໝູ່ເພື່ອນ ( ອິຕົນ, ສົງສານ...).
- ຝຶກຕົນເອງໃຫ້ເປັນຄົນມີຄວາມເມດຕາຕໍ່ໝູ່ເພື່ອນ.
-
26ບົດທີ 26 ການເຄົາລົບສະຖານທີ່ສໍາຄັນ
- ໃຫ້ນັກຮຽນສາມາດຮູ້ສະຖານທີ່ສຳຄັນຕ່າງໆຂອງປະເທດລາວ.
- ຮູ້ເຄົາລົບສະຖານທີ່ນັ້ນໆ.
-
27ບົດທີ 27 ຄວາມຮັບຜິດຊອບຕໍ່ວັດຖຸສິ່ງຂອງສ່ວນລວມ
- ໃຫ້ນັກຮຽນສາມາດຮູ້ເຖິງຄວາມຮັບຜິດຊອບຕໍ່ວັດຖຸສິ່ງຂອງສ່ວນລວມ ( ຕ້ອງຮັກສາ ແລະ ນຳໃຊ້ຢ່າງມີປະໂຫຍດ ).
-
28ບົດທີ 28 ການຊ່ວຍເຫຼືອເພື່ອນບ້ານ
- ໃຫ້ນັກຮຽນສາມາດຮູ້ຊ່ວຍເຫຼືອເພື່ອນບ້ານ ( ຄົນເຮືອນໃກ້ ).
- ການຊ່ວຍເຫຼືອຕ້ອງຖືກເວລາ, ຖືກສະຖານະການບໍ່ຜິດກົດໝາຍ.
-
29ບົດທີ 29 ການຮັກສາສິ່ງແວດລ້ອມໃນຊຸມຊົນ
- ໃຫ້ນັກຮຽນເຂົ້າໃຈວ່າການຮັກສາສິ່ງແວດລ້ອມໃນຊຸມຊົນຕ້ອງເຮັດແນວໃດ.
- ຖ້າເຮົາຮັກສາ ແລະ ທຳລາຍຈະເປັນແບບໃດ.

