- Description
- Curriculum
-
1ບົດທີ1: ເຄື່ອງໝາຍຈໍ້າ.
- ຈຸດປະສົງ:
- -ເພື່ອໃຫ້ໄດ້ຮຽນຮູ້ວ່າເຄື່ອງໝາຍຈ້ຳ (.) ແມ່ນເຄື່ອງໝາຍວັກຕອນໃນພາສາລາວ.
- -ເພື່ອໃຫ້ນັກຮຽນຮູ້ວິທີໃຊ້ເຄື່ອງຈ້ຳ ( . ) ວ່າຄວນໃຊ້ເວລາໃດ.
-
2ບົດທີ2: ຄໍາກໍາມະ.
- ຈຸດປະສົງ:
- -ເພື່ອໃຫ້ນັກຮຽນຮູ້ຄວາມໝາຍຂອງຄຳກຳມະ ແລະ ສາມາດຈຳແນກໄດ້ວ່າຄຳໃດແມ່ນຄຳກຳມະ.
-
3ບົົດທີ3: ຄໍານາມ.
- ຈຸດປະສົງ:
- -ເພື່ອໃຫ້ນັກຮຽນສາມາດບອກໄດ້ວ່າຄຳໃດແມ່ນຄຳນາມ.
-
4ບົດທີ4: ຄໍາສໍາຜັດສະຫຼະ.
- ຈຸດປະສົງ:
- - ເພື່ອໃຫ້ນັກຮຽນຮູ້ວ່າຄຳແນວໃດຈຶ່ງເອີ້ນວ່າແມ່ນ ຄຳສຳຜັດສະຫຼະ ແລະ ຮູ້ວ່າເພິ່ນໃຊ້ໄວ້ເຮັດຫຍັງ.
-
5ບົດທີ5: ວັກ ແລະ ຕອນຂອງບົດກາບ.
- ຈຸດປະສົງ:
- - ເພື່ອໃຫ້ນັກຮຽນຮູ້ວ່າວັກ, ຕອນ ໃນບົດກາບແມ່ນຫຍັງ ແລະ ໃຫ້ຮູ້ວ່າ ບົດກາບບົດໜຶ່ງຕ້ອງປະກອບດ້ວຍຈັກຕອນ.
- -ເພື່ອໃຫ້ນັກຮຽນຮູ້ວ່າບົດກາບວັກໜຶ່ງມີຈັກຄຳ.
-
6ບົດທີ6: ຄໍາກໍາມະສະແດງຄວາມຄິດເຫັນ.
- ຈຸດປະສົງ:
- - ເພື່ອໃຫ້ນັກຮຽນຮູ້ວ່າ ຄຳວ່າ: ເຊື່ອວ່າ, ຄິດວ່າ, ຍ້ອນ,ຍ້ອນວ່າ, ເພາະ, ເພາະວ່າ…..ແມ່ນຈັດໃນຄຳກຳມະປະເພດໃດ.
-
7ບົດທີ7: ຄໍາຕໍ່ທີ່ໃຊ້ສະແດງເຫດຜົນ.
- ຈຸດປະສົງ:
- -ເພື່ອໃຫ້ນັກຮຽນຮູ້ວ່າ ຄຳວ່າ : ເພາະວ່າ, ຍ້ອນວ່າ ແມ່ນຄຳປະເພດຄຳຕໍ່ ແລະ ໃຊ້ແນວໃດ.
-
8ບົດທີ8: ຄໍາບອກເວລາ.
- ຈຸດປະສົງ:
- -ເພື່ອໃຫ້ນັກຮຽນຮູ້ວ່າ: ແຕ່ປາງກ່ອນ, ມື້ໜຶ່ງ, ເມືຶ່ອ, ຕໍ່ມາ, ນັບແຕ່ນັ້ນມາແມ່ນປະເພດຄຳບອກເວລາ.
-
9ບົດທີ9: ຄໍາອຸທານ.
- ຈຸດປະສົງ:
- -ໃຫ້ນັກຮຽນວ່າ ຄຳວ່າ: ໂອ!, ໂອຍ!, ປັດໂທ!,ໄຊໂຍ!, ເອີຍ!.ແມ່ນຄຳອຸທານ ແລະ ໃຫ້ຮູ້ວ່າເພິ່ນໃຊ້ຄຳເຫຼົ່ານີ້ເວລາໃດ.
-
10ບົດທີ10: ຄໍາຕໍ່.
- ຈຸດປະສົງ:
- - ເພື່ອໃຫ້ນັກຮຽນຮູ້ວ່າຄຳຕໍ່ຕ້ອງໃຊ້ແນວໃດ ແລະ ມີຄຳໃດແດ່ ເຊັ່ນ: ແລະ, ຈຶ່ງ, ເພາະ, ເພາະວ່າ, ສະນັ້ນ, ດັ່ງນັ້ນ, ຍ້ອນ, ຍ້ອນວ່າ, ຖ້າ, ແລ້ວ, ຖ້າວ່າ.
-
11ບົດທີ11: ເຄື່ອງໝາຍຈຸດ ( , ).
- ຈຸດປະສົງ:
- -ໃຫ້ນັກຮຽນຮູ້ວ່າເຄື່ອງໝາຍຈຸດ ( , ) ແມ່ນເຄື່ອງໝາຍວັກຕອນໃນພາສາລາວ ແລະ ໃຊ້ແນວໃດ.
-
12ບົດທີ12: ເຄື່ອງໝາຍວົງຢືມ " "
- ຈຸດປະສົງ:
- -ໃຫ້ນັກຮຽນຮູ້ວ່າ ເຄື່ອງໝາຍວົງຢືມ “ “ ແມ່ນເຄື່ອງໝາຍວັກຕອນໃນພາສາລາວ ແລະ ໃຊ້ແນວໃດ.
-
13ບົດທີ13: ເຄື່ອງໝາຍ ( ? )
- ຈຸດປະສົງ:
- -ໃຫ້ນັກຮຽນຮູ້ຄວາມໝາຍຂອງຄຳຖາມ ( ? ) ແລະ ຄວນໃຊ້ ເຄື່ອງໝາຍຖາມ ( ? ) ໃນປະໂຫຍກແນວໃດ.
-
14ບົດທີ14: ຄໍາກາງ, ຄໍາເອກ ແລະ ຄໍາໂທ.
- ຈຸດປະສົງ:
- -ໃຫ້ນັກຮຽນສາມາດ ແຍກຄຳສັບໄດ້ ວ່າຄຳໃດເປັນ ຄຳກາງ, ຄຳເອກ ແລະ ຄຳໂທ.
-
15ບົດທີ15: ຄໍາສໍາຜັດພະຍັນຊະນະ.
- ຈຸດປະສົງ:
- -ເພື່ອໃຫ້ນັກຮຽນຮູ້ວ່າສຳຜັດພະຍັນຊະນະ ແລະ ເພື່ອໃຫ້ຮູ້ວ່າເພິ່ນໃຊ້ໄວ້ເຮັດຫຍັງ.
-
16ບົດທີ16: ເຄື່ອງໝາຍວົງເລັບ ( )
- ຈຸດປະສົງ:
- -ໃຫ້ນັກຮຽນຮູ້ວ່າເຄື່ອງໝາຍວົງເລັບ ( ) ແມ່ນເຄື່ອງໝາຍວັກຕອນໃນພາສາລາວ ແລະ ຄວນໃຊ້ ເຄື່ອງໝາຍ ວົງເລັບ ( ) ເວລາໃດ.
-
17ບົດທີ17: ຄໍາກໍາມະກາລະອາດີດ.
- ຈຸດປະສົງ:
- -ເພື່ອໃຫ້ນັກຮຽນຮູ້ວ່າ ຄຳແນວໃດເປັນຄຳບອກເວລາທີ່ເປັນອະດີດໄປແລ້ວ ເຊັ່ນ: ໄດ້, ເຄີຍ, ແລ້ວ, ສຳເລັດ....
-
18ບົດທີ18: ຄໍາກໍາມະກາລະອະນາຄົດ.
- ຈຸດປະສົງ:
- -ເພື່ອໃຫ້ນັກຮຽນຮູ້ວ່າ ຄຳແນວໃດເປັນຄຳບອກເວລາທີ່ຍັງບໍ່ທັນມາເຖິງ ເຊັ່ນ: ຈະ, ຊິ....
-
19ບົດທີ19: ຄໍາຄຸນນາມ.
- ຈຸດປະສົງ:
- - ເພື່ອໃຫ້ນັກຮຽນສາມາດແຍກໄດ້ ວ່າຄຳແນວໃດເປັນຄຳຄຸນນາມ ( ຄຳທີ່ສາມາດເປັນຄຳກົງກັນຂ້າມໄດ້ ສ່ວນຫຼາຍແມ່ນຈະເປັນຄຳຄຸນນາມ ).
-
20ບົດທີ20: ເຄື່ອງໝາຍຊ້ຳ( ໆ )
- ຈຸດປະສົງ:
- -ໃຫ້ນັກຮຽນຮູ້ວ່າເຄື່ອງໝາຍຊໍ້າ( ໆ ) ແມ່ນເຄື່ອງໝາຍວັກຕອນໃນພາສາລາວ ແລະ ຄວນໃຊ້ ເຄື່ອງໝາຍ ຊ້ຳ ( ໆ ) ເວລາໃດ.



