- Description
- Curriculum
-
1ບົດທີ 1 ໄພອັນຕະລາຍໃກ້ຕົວ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດຮູ້ໄດ້ເຖິງໄພອັນຕະລາຍໃກ້ຕົວມີຫຍັງແດ່.
2. ໃຫ້ຮູ້ວິທີປ້ອງກັນ ຫຼີກເວັ້ນ ໄພອັນຕະລາຍໃກ້ຕົວ.
-
2ບົດທີ 2 ລະເບີດແລະລູກປືນທີ່ບໍ່ທັນແຕກທີ່ຕົກຄ້າງ
ຈຸດປະສົງ
1.ໃຫ້ນັກຮຽນຮູ້ຈັກລະເບີດຊະນິດຕ່າງໆທີ່ຕົກຄ້າງຢູ່ໃນປະເທດລາວ.
2.ໃຫ້ຮູ້ວິທີລະມັດລະວັງຈາກລະເບີດ ແລະ ລູກປືນ ທີ່ບໍ່ທັນແຕກ.
-
3ບົດທີ 3 ອຸບັດຕິເຫດຈາກສັດກັດຕອດ
# ຈຸດປະສົງ.
1.ໃຫ້ນັກຮຽນຮູ້ວ່າສັດໃດອັນຕະລາຍ (ມີຜິດ) ແລະ ສັດບໍ່ມີຜິດ
(ບໍ່ອັນຕະລາຍ).
2.ໃຫ້ຮູ້ວິທີປ້ອງກັນເມື່ອຖືກສັດມີຜິດກັດ.
-
4ບົດທີ 4 ຄວາມສຳຄັນຂອງສິ່ງແວດລ້ອມ
# ຈຸດປະສົງ
- ໃຫ້ນັກຮຽນຮູ້ຄວາມສໍາຄັນຂອງສິ່ງແວດລ້ອມ.
2. ໃຫ້ຮູ້ວ່າສິ່ງແວດລ້ອມແມ່ນຫຍັງ ແລະ ມີຫຍັງແດ່ ?
3. ເນັ້ນໃຫ້ນັກຮຽນຮູ້ຮັກສາສິ່ງແວດລ້ອມ.
-
5ບົດທີ 5 ການທຳລາຍສິ່ງແວດລ້ອມ
# ຈຸດປະສົງ
1. ໃຫ້ນັກຮຽນຮູ້ເຖິງການທໍາລາຍສິ່ງແວດລ້ອມທີ່ເກີດຈາກຄົນ ແລະ ສັດ.
2. ໃຫ້ຮູ້ວິທີປົກປັກຮັກສາສິ່ງແວດລ້ອມ.
-
6ບົດທີ 6 ການພົວພັນລະຫວ່າງສິ່ງທີ່ມີຊີວິດ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດເຂົ້າໃຈລະຫວ່າງການພົວພັນຂອງສິ່ງທີ່ມີຊີວິດ.
2. ໃຫ້ຮູ້ວ່າສິ່ງທີ່ມີຊີວິດບາງຊະນິດຕ້ອງປັບຕົວໄປຕາມສະພາບອາກາດເພື່ອ
ຄວາມຢູ່ລອດ.
-
7ບົດທີ 7 ປາກແລະດັງ
# ຈຸດປະສົງ.
1. ໃຫ້ນັກຮຽນສາມາດເຂົ້າໃຈວ່າປາກ ແລະ ດັງກໍ່ແມ່ນອະໄວຍະວະຮັບຄວາມ
ຮູ້ສຶກຄືກັນ.
2. ໃຫ້ຮູ້ວ່າປາກ ແລະ ລີ້ນໃຊ້ໄວ້ເຮັດຫຍັງ ແລະ ມີວິທີປ້ອງກັນ, ຮັກສາພ້ອມ.
-
8ບົດທີ 8 ຫູ ແລະ ຕາ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດຮູ້ວ່າຕາ ແລະ ຫູກໍແມ່ນອະໄວຍະຮັບຄວາມຮູ້ສຶກຄືກັນ.
2. ໃຫ້ຮູ້ວ່າຕາ ແລະ ຫູໃຊ້ໄວ້ເຮັດຫຍັງ ( ແລະ ວິທີຮັກສາພ້ອມ )
-
9ບົດທີ 9 ຜິວໜັງຂອງຄົນເຮົາ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດຮູ້ວ່າຜິວໜັງກໍແມ່ນອະໄວຍະວະຮັບຄວາມຮູ້ສຶກຄືກັນ.
2. ໃຫ້ຮູ້ໜ້າທີ່ ແລະ ວິທີຮັກສາຜິວໜັງ.
-
10ບົດທີ 10 ອາຫານ ແລະ ເຄື່ອງດື່ມ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດຮູ້ວ່າອາຫານ ແລະ ເຄື່ອງດື່ມປະເພດໃດທີ່ດີຕໍ່ສຸຂະພາບ
ແລະ ບໍ່ດີຕໍ່ສຸຂະພາບ.
-
11ບົດທີ 11 ລັກສະນະພາຍນອກຂອງສັດ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດບອກເຖິງລັກສະນະພາຍນອກຂອງສັດ.
2. ໃຫ້ສັດບາງຊະນິດມີລັກສະນະແຕກຕ່າງກັນ.
-
12ບົດທີ 12 ການເຕີບໃຫຍ່ຂອງສັດ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດຮູ້ໄດ້ວ່າສັດແຕ່ສະແຕ່ນິດກໍ່ມີການເຕີບໃຫຍ່
2. ໃຫ້ຮູ້ກ່ອນຈະມີການເຕີບໃຫຍ່ສັດຕ້ອງການຫຍັງແດ່?
-
13ບົດທີ 13 ການເກີດລູກຂອງສັດ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດຮູ້ໄດ້ວ່າສັດແຕ່ລະຊະນິດມີບ່ອນເກີດລູກທີ່ແຕກຕ່າງກັນ
ແລະ ຄືກັນ.
-
14ບົດທີ 14 ຮາກລໍາ ແລະ ໃບ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດຮູ້ໄດ້ວ່າຕົ້ນໄມ້ມີສ່ວນປະກອບຫຍັງແດ່.
2. ໃຫ້ຮູ້ຄຸນປະໂຫຍດສ່ວນຕ່າງໆຂອງຕົ້ນໄມ້.
-
15ບົດທີ 15 ດອກ ແລະ ໝາກ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດຮູ້ໄດ້ວ່າດອກ ແລະ ໝາກກໍ່ແມ່ນພາກສ່ວນຂອງ
ຕົ້ນໄມ້.
2. ໃຫ້ຮູ້ວິທີເກັບສືກສາ ແລະ ນໍາໃຊ້.
-
16ບົດທີ 16 ແນວພືດ
# ຈຸດປະສົງ
1. ໃຫ້ນັກຮຽນສາມາດຮູ້ແນວພືດແຕ່ລະຊະນິດທີ່ແຕກຕ່າງກັນໄປ.
2. ໃຫ້ຮູ້ຄຸນປະໂຫຍດຂອງແນວພືດ.
-
17ບົດທີ 17 ການປູກພືດ
# ຈຸດປະສົງ
1. ເພື່ອໃຫ້ນັກຮຽນສາມາດຮູ້ກ່ຽວກັບວິທີການປຸກພືດຊະນິດຕ່າງໆ.
2. ໃຫ້ຮູ້ວິທີບົວລະບັດຮັກສາໃນແຕ່ລະຂັ້ນຕອນຕ່າງໆ.
-
18ບົດທີ 18 ວັດຖຸ
# ຈຸດປະສົງ
1. ອະທິບາຍການປ່ຽນແປງພາວະຂອງວັດຖຸ.
2. ໃຫ້ນັກຮຽນຮູ້ຈໍາແນກວັດຖຸແຂງ, ແຫຼວ ແລະ ອາຍ.
-
19ບົດທີ 19 ວັດຖຸແຂງ
# ຈຸດປະສົງ
1. ອະທິບາຍຄວາມແຕກຕ່າງຂອງຄຸນລັກສະນະວັດຖຸແຂງກັບວັດຖຸແຫຼວ.
2. ສໍາຫຼວດຄຸນລັກສະນະຂອງວັດຖຸແຂງ.
-
20ບົດທີ 20 ວັດຖຸແຫຼວ
# ຈຸດປະສົງ
1. ບອກຊື່ຂອງວັດຖຸແຫຼວຊະນິດຕ່າງໆ.
2. ບອກຄຸນລັກສະນະຂອງວັດຖຸແຫຼວ.
3. ທົດລອງເພື່ອສະແດງໃຫ້ເຫັນການປ່ຽນຮູບຮ່າງ ແລະ ບໍລິມາດຂອງວັດຖຸ
ແຫຼວ.
-
21ບົດທີ 21 ທາດອາຍ
# ຈຸດປະສົງ
1. ສໍາຫຼວດຊື່ຂອງທາດອາຍຊະນິດຕ່າງໆ.
2. ບອກການປ່ຽນແປງຮູບຮ່າງ ແລະ ຄຸນລັກສະນະຂອງທາດອາຍ.
3. ທົດລອງການປ່ຽນຮູບຮ່າງ ແລະ ຄຸນລັກສະນະຂອງທາດອາຍ.
-
22ບົດທີ 22 ດິນ ແລະ ຫີນ
# ຈຸດປະສົງ
1. ອະທິບາຍລັກສະນະພື້ນຖານ ແລະ ຈຳແນກຄວາມແຕກຕ່າງຂອງດິນ ແລະ
ຫີນແຕ່ລະປະເພດ.
2. ທົດລອງ ແລະ ອະທິບາຍຜົນການທົດລອງກ່ຽວກັບການຊຶມຜ່ານຂອງນໍ້າໃນ
ດິນແຕ່ລະຊະນິດ.
3. ບອກຄຸນປະໂຫຍດຂອງດິນ ແລະ ຫີນແຕ່ລະປະເພດໄດ້ບາງຢ່າງ.
-
23ບົດທີ 23 ດວງອາທິດ
# ຈຸດປະສົງ
1. ອະທິບາຍຄວາມເປັນຈິງຕ່າງໆກ່ຽວກັບດວງອາທິດ.
2. ບອກໄລຍະເວລາດວງອາທິດໃນຕອນເຊົ້າ, ສວາຍ ແລະ ແລງ.
3. ວັດແທກເວລາ ຫຼື ເງົາຂອງດວງອາທິດແບບໃຊ້ຫົວໜ່ວຍບໍ່ມາດຕະຖານ
ໄດ້.
-
24ບົດທີ 24 ແສງສະຫວ່າງ
# ຈຸດປະສົງ
1. ບອກ ແລະ ບັນທຶກລາຍການແສງສະຫວ່າງທີ່ເກີດຈາກທໍາມະຊາດ
2. ບອກ ແລະ ບັນທຶກລາຍການແສງສະຫວ່າງທີ່ເກີດຈາກຄົນເຮັດຂຶ້ນ.
3. ປຽບທຽບແສງສະຫວ່າງທີ່ເກີດຈາກທຳມະຊາດ ແລະ ເກີດຈາກຄົນເຮັດຂຶ້ນ.
-
25ບົດທີ 25 ການໄຫຼຂອງນໍ້າ
# ຈຸດປະສົງ
1. ອະທິບາຍການໄຫຼຂອງນໍ້າໃນທໍາມະຊາດ.
2. ອະທິບາຍຄວາມອັນຕະລາຍການໄຫຼຂອງນໍ້າ.
3. ອະທິບາຍວິທີປ້ອງກັນ ແລະ ຫຼຸດຜ່ອນອັນຕະລາຍຈາກການໄຫຼຂອງນໍ້າ.
-
26ບົດທີ 26 ການໃຊ້ນໍາຢ່າງປະຢັດ
# ຈຸດປະສົງ
1. ອະທິບາຍຄວາມສໍາຄັນຂອງນໍ້າຕໍ່ສິ່ງທີ່ມີຊິວິດ.
2. ຈໍາແນກການໃຊ້ນໍ້າທີ່ແຕກຕ່າງກັນ.
3. ບອກວິທີການໃຊ້ນໍ້າຢ່າງປະຢັດ.
-
27ບົດທີ 27 ສະພາບອາກາດໂຮງຮຽນຂອງຂ້ອຍ
# ຈຸດປະສົງ
1. ໃຊ້ຄໍາສັບພັນລະນາກ່ຽວກັບສະພາບອາກາດ ເຊັ່ນ: ຝົນຕົກ, ແດດ, ລົມ, ຮ້ອນ
ແລະ ໜາວ.
2. ບອກສັນຍະລັກ ແລະ ພັນລະນາສະພາບອາກາດປະຈໍາວັນ.
-
28ບົດທີ 28 ການເກັບມ້ຽນຂີ້ເຫຍື້ອ
# ຈຸດປະສົງ
1. ຈໍາແນກ ແລະ ຈັດປະເພດຂອງຂີ້ເຫຍື້ອ.
2. ອະທິບາຍການຮັກສາສິ່ງແວດລ້ອມ ແລະ ການແຍກຖິ້ມຂີ້ເຫຍື້ອໃສ່ຖັງ.
-
29ບົດທີ 29 ອາກາດບໍລິສຸດ
# ຈຸດປະສົງ
1. ອະທິບາຍຄວາມສໍາຄັນຂອງອາກາດບໍລິສຸດຕໍ່ສິ່ງທີ່ມີຊີວິດ.
2. ບອກສາເຫດທີ່ພາໃຫ້ອາກາດບໍ່ບໍລິສຸດ.
3. ບອກວິທີການຮັກສາໃຫ້ອາກາດບໍລິສຸດ.

