- Description
- Curriculum
-
1ບົົດທີ1: ນໍ້າຖ້ວມ ແລະ ດິນເຈື່ອນ
+ ຈຸດປະສົງ:
- ບອກຄວາມໝາຍຂອງນໍ້າຖ້ວມ ແລະ ດິນເຈື່ອນ.
- ອະທິບາຍສາເຫດ ແລະ ຜົນກະທົບຂອງນ້ຳຖ້ວມ ແລະ ດິນເຈື່ອນ.
- ອະທິບາຍການປ້ອງກັນນ້ຳຖ້ວມ ແລະ ດິນເຈື່ອນ.
- ບອກການຮັກສາຄວາມປອດໄພເວລາເກີດນໍ້າຖ້ວມ.
-
2ບົດທີ2: ລະເບີດຕົກຄ້າງທີ່ທັນແຕກ.
+ ຈຸດປະສົງ:
- ບອກການລະເບີດ ແລະະ ອັນຕະລາຍຂອງລະເບີດ.
- ບອກປະເພດ ແລະ ລັກສະນະຂອງລະເບີດຕົກຄ້າງທີ່ບໍ່ທັນແຕກ.
- ບອກສະຖານທີ່ຍັງມີລະເບີດ ແລະລູກປືນຕົກຄ້າງທີ່ບໍ່ທັນແຕກ.
-
3ບົດທີ3: ອັນຕະລາຍຈາກໄຟໄໝ້.
+ ຈຸດປະສົງ:
- ກຳນົດສາເຫດ ແລະ ຄວາມສ່ຽງໄຟໄໝ້ໃນບໍລິເວນບ້ານ ແລະ ຂອບເຂດໂຮງຮຽນ.
- ອະທິບາຍວິທີທີ່ຄວນເຮັດເພື່ອຫຼຸດຜ່ອນຄວາມສ່ຽງຈາກໄຟໄໝ້ໃນສະຖານະການຕ່າງໆ.
- ການໜີອອກຈາກບ່ອນມີໄຟໄໝ້ ແລະ ແຈ້ງເຫດສຸກເສີນ.
-
4ບົດທີ4: ອາຫານຂອງສັດ.
+ ຈຸດປະສົງ:
- ອະທິບາຍຄວາມໝາຍຂອງຄໍາສັບທີ່ວ່າ: ສັດກິນພືດ.
- ຈັບຄູ່ສັດກັບອາຫານທີ່ພວກມັນກິນ.
- ຈໍາແນກສັດຊະນິດກິນພືດດ້ວຍການປຽບທຽບໃນຕາຕະລາງ.
-
5ບົດທີ5: ສັດກິນຊີ້ນ,ສັດກິນທັງພືດ ແລະ ຊີ້ນ.
+ ຈຸດປະສົງ:
- ອະທິບາຍຄວາມໝາຍຂອງສັດກິນຊີ້ນ,ສັດກິນທັງພືດ ແລະ ຊີ້ນ ພ້ອມຍົກຕົວຢ່າງ.
- ຈັບຄູ່ສັດໃຫ້ກົງກັບອາຫານທີ່ພວກມັນກິນ ແລະ ຈໍາແນກສັດປະເພດຕ່າງໆເປັນກຸ່ມຂອງສັດກິນຊີ້ນ,ສັດກິນທັງພືດ ແລະ ຊີ້ນ.
- ຕື່ມຂໍ້ມູນໃສ່ຕາຕະລາງ ແລະ ອະທິບາຍເຖິງສັດກິນຊີ້ນ,ສັດກິນທັງພືດ ແລະ ຊີ້ນ.
-
6ບົດທີ6: ການພົວພັນລະຫວ່າງສິ່ງທີ່ມີຊີວິດ.
+ ຈຸດປະສົງ:
- ພັນລະນາຄວາມແຕກຕ່າງລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກ.
- ອະທິບາຍການເພິ່ງພາອາໄສກັນຂອງສັດ ແລະ ພືດ.
- ອະທິບາຍການສ້າງອາຫານຂອງພືດ.
- ແຕ້ມຮູບ, ສ້າງແຜ່ນພັບ ແລະ ອະທິບາຍການພົວພັນທາງອາຫານຂອງສິ່ງທີ່ມີຊີວິດ.
-
7ບົດທີ7: ໝວດອາຫານ.
+ ຈຸດປະສົງ:
- ບອກຄວາມໝາຍຂອງອາຫານ ແລະ ໝວດອາຫານ.
- ຈໍາແນກບັດຮູບອາຫານໃຫ້ຖືກຕາມແຕ່ລະໝວດ.
- ແຕ້ມແຜນວາດ ແລະ ຂຽນຊື່ອາຫານໃສ່ໃຫ້ຖືກຕາມ3ໝວດ.
-
8ບົດທີ8: ອາຫານ ແລະ ການເຕີບໃຫຍ່ຂອງຮ່າງກາຍ.
+ ຈຸດປະສົງ:
- ບອກຄວາມຕ້ອງການອາຫານຂອງຄົນເຮົາ.
- ຈໍາແນກກຸ່ມອາຫານ ແລະ ບອກຄຸນຄ່າຂອງສານອາຫານ.
- ຂຽນຊື່ອາຫານທີ່ຄວນກິນໃນແຕ່ລະວັນ.
- ປຽບທຽບປະລິມານການກິນອາຫານຂອງຕົນເອງ ກັບ ມາດຕະຖານໂພຊະນາການຂັ້ນພື້ນຖານໄດ້.
-
9ບົດທີ9: ການຂາດສານອາຫານ ແລະ ການດື່ມນໍ້າ.
+ ຈຸດປະສົງ:
- ບອກສາເຫດທີ່ພາໃຫ້ຮ່າງກາຍຂາດສານອາຫານ.
- ອະທິບາຍອາການຂອງແຕ່ລະພະຍາດທີ່ເກີດຈາກການຂາດສານອາຫານ.
- ຈໍາແນກສີຂອງນໍ້າປັດສະວະໄດ້ ເພື່ອໃຫ້ຮູ້ປະລິມານນໍ້າໃນຮ່າງກາຍ.
- ຈໍາແນກວິທີປ້ອງກັນພະຍາດທີ່ເກີດຈາກການຂາດສານອາຫານ ແລະ ດື່ມນໍ້າ.
-
10ບົດທີ10: ການເລືອກກິນອາຫານທີ່ປອດໄພ.
+ ຈຸດປະສົງ:
- ອະທິບາຍເສັ້ນທາງຂອງເຊື້ອພະຍາດທີ່ປົນເປື້ອນໃນອາຫານ ແລະ ການແຜ່ລາມຂອງເຊື້ອພະຍາດ.
- ອະທິບາຍການປະຕິບັດ 5 ຫຼັກການທີ່ເຮັດໃຫ້ອາຫານປອດໄພ.
- ຈໍາແນກອາຫານທີ່ບໍ່ຄວນກິນເພື່ອຄວາມປອດໄພຂອງສຸຂະພາບ.
-
11ບົດທີ11: ຈໍາພວກສັດ.
- ຈຸດປະສົງ:
-ບອກຊື່ຈໍຳພວກສັດລ້ຽງລູກດ້ວຍນໍ້ານົມ,ສັດປີກ,ສັດເລືອຄານ ແລະ ປາ.
-ພັນລະນາລັກສະນະ ແລະ ຈັດກຸ່ມສັດອອກເປັນຈໍາພວກສັດລ້ຽງລູກດ້ວຍນໍ້ານົມ,ສັດປີກ,ສັດເລືອຄານ ແລະ ປາ.
-ຂຽນຊື່ສັດແຕ່ລະຈໍາພວກພ້ອມທັງພັນລະນາລັກສະນະຂອງສັດ.
-
12ບົດທີ12: ຈໍາພວກ ແລະ ວົງຈອນຊີວິດຂອງສັດ.
- ຈຸດປະສົງ:
-ອະທິບາຍລັກສະນະຂອງສັດຕີນຂໍ້ ແລະ ສັດເຄິ່ງບົກເຄິ່ງນໍ້າ.
-ອະທິບາຍວົງຈອນຊີວິດຂອງຍຸງ ແລະ ກົບ( 4ໄລຍະ )
-ບອກວິທີກໍຳຈັດຍຸງລາຍເພື່ອປ້ອງກັນພະຍາດໄຂ້ເລືອດອອກ.
-ແຕ້ມແຜນວາດວົງຈອນຊີວິດຂອງຍຸງ ຫຼື ກົບຕາມ 4ໄລຍະ
-
13ບົດທີ13: ການປັບຕົວຂອງສັດ.
- ຈຸດປະສົງ:
-ອະທິບາຍຄວາມໝາຍການປັບຕົວຂອງສັດບາງຊະນິດ.
-ບອກເຫດຜົນທີ່ສັດບາງຊະນິດມີການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມທີ່ອາໄສຢູ່.
-ບອກຊື່ ແລະ ລັກສະນະຂອງສັດບາງຊະນິດບາງຊະນິດທີ່ມີການປັບຕົວໄປຕາມສະພາບແວດລ້ອມທີ່ອາໄສຢູ່.
ບ
-
14ບົດທີ14: ແກ່ນພືດ.
- ຈຸດປະສົງ:
-ບອກການຂະຫຍາຍພັນຂອງແກ່ນພືດແຕ່ລະຊະນິດໂດຍທໍາມະຊາດ.
-ແຕ້ມຮູບ ແລະ ຂຽນຊື່ໂຄງປະກອບສ້າງຂອງແກ່ນພືດ.
-ທົດລອງການແຕກໜໍ່ຂອງແກ່ນພືດ.
-
15ບົດທີ15: ການແຕກໜໍ່ຂອງພືດ.
- ຈຸດປະສົງ:
- -ອະທິບາຍຂັ້ນຕອນການແຕກໜໍ່ຂອງພືດຈາກຕາຕະລາງບັນທຶກແຕ່ລະມື້.
-ປຽບທຽບຄວາມແຕກຕ່າງການແຕກໜໍ່ຂອງພືດໃນແຕ່ລະເງື່ອນໄຂ.
-ວາງແຜນ ແລະ ປະຕິບັດການທົດລອງກ່ຽວກັບການແຕກໜໍ່ຂອງແກ່ນພືດເພື່ອກໍານົດເງື່ອນໄຂທີ່ດີທີ່ສຸດ.
-
16ບົດທີ16: ການເຕີບໃຫຍ່ຂອງພືດ.
- ຈຸດປະສົງ:
-ວັດແທກ,ບັນທຶກ ແລະ ອະທິບາຍຜົນການທົດລອງການເຕີບໃຫຍ່ຂອງພືດ.
-ປຽບທຽບການເຕີບໃຫຍ່ຂອງພືດຈາກການທົດລອງໃນເງື່ອນໄຂທີ່ແຕກຕ່າງກັນ.
-ຂຽນຄໍາອະທິບາຍເງື່ອນໄຂການເຕີບໃຫຍ່ຂອງພືດຕາມຜົນການທົດລອງ.
-
17ບົດທີ17: ພືດລົ້ມລຸກ ແລະ ພືດຢືນຕົ້ນ.
- ຈຸດປະສົງ:
-ຈໍາແນກປະເພດພືດຢືນຕົ້ນ ແລະ ພືດລົ້ມລຸກໂດຍອີງຕາມລັກສະນະ ແລະ ການເກີດຂອງພືດ.
-ນໍາໃຊ້ບາງຫຼັກການເຊັ່ນ: ຮອບວຽນຊີວິດ ແລະ ການເຕີບໃຫຍ່ເພື່ອເປັນເກນຈໍາແນກປະເພດພືດ.
-ອະທິິບາຍຄວາມສໍຳຄັນ ແລະ ຜົນປະໂຫຍດຂອງພືດລົ້ມລຸກ ແລະ ພືດຢືນຕົ້ນ(ພືດສວນ,ພືດໄຮ່) ພ້ອມໃຫ້ຕົວຢ່າງ.
-
18ບົດທີ18: ຄວາມແຂງ,ການຫົດ ແລະ ຢືດຂອງວັດຖຸ.
- ຈຸດປະສົງ:
-ຄາດຄະເນຄຸນລັກສະນະກ່ຽວກັບຄວາມແຂງ ແລະ ການຫົດຢືດຂອງວັດຖຸທີ່ແຕກຕ່າງກັນ.
-ທົດສອບຄຸນລັກສະນະຄວາມແຂງຂອງວັດຖຸທີ່ແຕກຕ່າງກັນ.
-ທົດສອບຄຸນລັກສະນະການຫົດ ແລະ ຢືດຂອງວັດຖຸທີ່ແຕກຕ່າງກັນ.
-
19ບົດທີ19: ການດູດຊຶມ ແລະ ຄວາມທົນທານຂອງເຈ້ຍ.
- ຈຸດປະສົງ:
-ອະທິບາຍການດູດຊຶມຂອງເຈ້ຍຊະນິດຕ່າງໆ.
-ອະທິບາຍຄວາມທົນທານຂອງເຈ້ຍຊະນິດຕ່າງໆທີ່ສາມາດຮັບນໍ້າໜັກໄດ້.
-ທົດລອງ ແລະ ອະທິບາຍຜົນຕາມຫຼັກການວິທະຍາສາດ ເພື່ອວັດແທກຄວາມແຕກຕ່າງໃນການດູດຊຶມນໍ້າ ແລະ ຄວາມທົນທານຂອງເຈ້ຍແຕ່ລະຊະນິດ.
-
20ບົດທີ20: ການວັດແທກນໍ້າໜັກຂອງວັດຖຸ.
- ຈຸດປະສົງ:
-ຄາດຄະເນ ແລະ ປຽບທຽບນໍ້າໜັກຂອງວັດຖຸໂດຍການນໍາໃຊ້ຄໍາສັບໜັກກວ່າ,ເບົາກວ່າ ແລະ ເທົ່າກັນ.
-ວັດແທກນໍ້າໜັກຂອງວັດຖຸເປັນກິໂລກຣາມໂດຍໃຊ້ຊິງຊັ່ງນໍ້າໜັກແບບສອງຜາງໄດ້ຢ່າງຖືກຕ້ອງ.
-ອະທິິບາຍຂະບວນການວັດແທກນໍ້າໜັກຂອງວັດຖຸດ້ວຍການນໍາໃຊ້ຫົວໜ່ວຍມາດຖານເປັນກິໂລກຣາມ.
-
21ບົດທີ21: ການວັດແທກອຸນຫະພູມ.
- ຈຸດປະສົງ:
-ຈັດລຽງ ແລະ ປຽບທຽບອຸນຫະພູມຂອງທາດແຫຼວ(ນໍ້າ) ຈາກເຢັນຫາຮ້ອນ.
-ແຕ້ມ,ຂຽນຊື່ໃສ່ພາກສ່ວນຫຼັກຂອງເຄື່ອງວັດແທກອຸນຫະພູມ ແລະ ອະທິບາຍວິທີການນໍາໃຊ້.
-ວັດແທກ ແລະ ບັນທຶກການປ່ຽນແປງອຸນຫະພູມຂອງນໍ້າ ໂດຍໃຊ້ເຄື່ອງວັດແທກອຸນຫະພູມທີ່ມີຫົວໜ່ວຍເປັນອົງສາເຊ.



